ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊເສດຖາ ຄັ້ງທີ VIII

Mar 3, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊເສດຖາ, ນະຄອນຫລວງວຽງຈັນ (ນວ) ຄັ້ງທີ VIII ຈັດຂຶ້ນວັນທີ 3-4 ມີນາ 2025 ຢູ່ສູນການຮ່ວມມືສາກົນ ແລະ ເຝີກອົບ ຮົມ (ICTC) ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາຂອງພັກໃຫ້ໜັກແໜ້ນ ເຂັ້ມແຂງຮອບດ້ານ ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕິດພັນກັບການປະຕິບັດນະໂຍບາຍ 6 ສ ໃຫ້ປະກົດຜົນເປັນຈິງ” ໂດຍເປັນປະທານຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ເລຂາພັກເມືອງ, ເຈົ້າເມືອງໄຊເສດຖາ. ໂດຍມີ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ(ນວ), ມີຄະນະຈັດຕັ້ງນະຄອນຫລວງວຽງ ຈັນ, ຜູ້ແທນສົມບູນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ນາງ ວິໄລວອນ ຈັນທະລາຕີ ໄດ້ຜ່ານຮ່າງລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາໝາກຜົນ ແຫ່ງການຈັດຕັ້ງປະຕິບັດສະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ອົງຄະນະພັກເມືອງໄຊເສດຖາ ແຕ່ລະດ້ານໃນ 5 ປີຜ່ານ ເປັນຕົ້ນ ການພັດທະນາເສດຖະ ກິດ-ສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ເຖິງວ່າໄລຍະຜ່ານມາເມືອງໄຊເສດຖາ ຈະຜະເຊີນໜ້າກັບຄວາມຫຍຸ້ງຍາກ ເປັນຕົ້ນ ການລະບາດຂອງພະຍາດໂຄວິດ 19, ບັນຫາໄພເງິນເຟີ້ ແລະ ຄ່າຄອງຊີບເພີ່ມສູງ ຂຶ້ນ, ແຕ່ພາຍໃຕ້ການນຳພາ-ຊີ້ນຳຂອງ ອົງຄະນະພັກເມືອງໄຊເສດຖາ ກໍຄື ອົງການປົກຄອງ ນວ ເຮັດໃຫ້ເສດຖະກິດໂດຍລວມຂອງເມືອງ ຍັງສາມາດປະຄັບຄອງຕົວຢູ່ໃນສະພາບໝັ້ນທ່ຽງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ ໃນ 5 ປີ 7,81%, ລວມຍອດຜະລິດຕະພັນພາຍໃນບັນລຸ 6.284,98 ຕື້ກີບເທົ່າກັບ 94,78% ຂອງແຜນການ, ລວມຍອດຜະລິດຕະພັນສະເລ່ຍຕໍ່ຫົວຄົນບັນລຸ ໄດ້ 50,58 ລ້ານກີບຕໍ່ຄົນຕໍ່ປີ ຫລື ເທົ່າກັບ 2.229 ໂດລາຕໍ່ຄົນຕໍ່ປີ; ການສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ໂຄງປະກອບ ເສດ ຖະກິດພາຍໃນ ໄດ້ປ່ຽນແປງໄປຕາມກົນໄກເສດຖະກິດຕະຫລາດ; ໄດ້ຕັ້ງໜ້າຊຸກຍູ້ການຄຸ້ມຄອງພື້ນຖານລາຍຮັບ ຕາມຫລັກການລວມສູນງົບປະມານ ແລະ ຫັນການຈັດເກັບງົບປະມານຕາມທິດ 3 ສ້າງ, ປັບປຸງການເງິນຂັ້ນບ້ານໃຫ້ເຂັ້ມແຂງ, ສາມາດປະຕິບັດພາລະບົດບາດຢ່າງມີປະສິດທິ ຜົນ ສາມາດຂຸດຄົ້ນຈັດເກັບລາຍຮັບທັງໝົດ 412,02 ຕື້ກີບ ທຽບໃສ່ກອງປະຊຸມໃຫຍ່ຜ່ານມາ ເພີ່ມຂື້ນ 162,65 ຕື້ກີບ ແລະ ທຽບໃສ່ແຜນການ 5 ປີ ຄັ້ງທີ VII ປະຕິບັດໄດ້ 110,16%.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການຜ່ານຮ່າງລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ (2020-2024) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ(2025-2029), ຮັບຟັງການປະກອບຄໍາເຫັນໃສ່ບົດລາຍງານການເມືອງ ຈາກພາກສ່ວນຕ່າງໆ ເປັນຕົ້ນ ການນໍາພາປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ການນໍາພາພັດທະນາພື້ນຖານໂຄງລ່າງ ໂດຍການມີສ່ວນຮ່ວມຂອງປະຊາຊົນ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະ ພາບ ແລະ ການຊຸກຍູ້ສົ່ງເສີມຜະລິດຕະພັນປອດສານຜິດຂອງຄອບຄົວຕົວແບບ. ພ້ອມນີ້, ຍັງໄດ້ຜ່ານບົດສຳຫລວດນໍາພາລວມ, ຜ່ານມາດຖານເງື່ອນໄຂຂອງພະນັກ ງານຜູ້ລົງສະໝັກເລືອກຕັ້ງ ແລະ ໄດ້ດຳເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງໄຊເສດຖາ ຊຸດທີ VIII ແລະ ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ເລຂາຄະນະບໍລິຫານງານພັກ ນວ ເພື່ອໃຫ້ທິດຊີ້ນໍາແກ່ຄະນະພັກຊຸດໃໝ່ຕື່ມອີກ.
ຂ່າວ: ວຽງຈັນໃໝ່ ພາບ: ເກດສະໜາ