ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທໍາລາຍສິນຄ້າເສື່ອມຄຸນນະພາບ

Mar 3, 2025

ວັນທີ 26 ກຸມພາ 2025 ຜ່ານມາ ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ ແຂວງຊຽງຂວາງ ໄດ້ທໍາລາຍສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງຢູ່ທີ່ສະໜາມຂີ້ເຫຍື້ອຂອງເມືອງ.
ທ່ານ ຄໍາແກ້ວ ໄຊວ່າເລົ່າ ຮອງຫົວໜ້າຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງຄູນ ໄດ້ຜ່ານບົດລາຍງານສິນຄ້າ ກໍຄືບົດລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໄດ້ຖືເອົາວຽກງານຄຸ້ມຄອງ ຕິດຕາມ ແລະ ກວດກາສະພາບສິນຄ້າ, ລາຄາ, ປົກປ້ອງຜູ້ຊົມໃຊ້ ເຈົ້າໜ້າທີ່ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງຕິດຕາມກວດກາສິນຄ້າຕາມຮ້ານຈໍາໜ່າຍສິນຄ້າອຸປະໂພກບໍລິໂພກໃນເທດສະບານເມືອງ ແລະ ບັນດາກຸ່ມບ້ານພາຍໃນເມືອງ ລົງເຄື່ອນໄຫວຕິດຕາມ ກວດກາສິນຄ້າຄັ້ງນີ້ມີຈໍານວນຮ້ານ ໃນນັ້ນໄດ້ກວດພົບເຫັນສິນຄ້າຕາມຮ້ານທີ່ຈໍາໜ່າຍສິນຄ້າໝົດອາຍຸ ແລະ ສິນຄ້າເຊື່ອມຄຸນນະພາບ ເປັນຕົ້ນ ປະເພດເຂົ້າໜົມ, ນົມເດັກນ້ອຍ, ໝີ່, ແຈ່ວ ແລະ ເຄື່ອງເທດຈີນ, ແຈ່ວວາຊາບິ, ອາຫານສໍາເລັດຮູບ, ເຄື່ອງສໍາອາງ, ນໍ້າຫວານ, ເສັ້ນລ້ອນ, ປະເພດແປ້ງ ລວມທັງໝົດ 1737 ລາຍການ ລວມມູນຄ່າທັງໝົດ 23,420,000 ກີບ.
ພາບ + ຂ່າວເມືອງຄູນ: ນາງ ວົງຕາວັນ ສຸວັນທອງ