ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ກໍຄືການເສີມຂະຫຍາຍການຮ່ວມມືດ້ານການທະຫານ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ ມີຄວາມເຂັ້ມ ແຂງ ແລະ ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ. ຍາມໃດກໍມີການແລກ ປ່ຽນຄະນະຜູ້ແທນການທະຫານຂັ້ນສູງ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນເຕັກນິກການທະຫານ, ດ້ານການແພດ, ວຽກງານກໍ່ສ້າງນາຍທະຫານຢູ່ວິທະຍາຄານຕ່າງໆ ແກ່ກອງທັບປະຊາຊົນລາວຕະຫຼອດມາ.
ໃນທ້າຍປີ 2024 ທີ່ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ (ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ໃນເວລານັ້ນ) ໄດ້ຕີລາຄາສູງຕໍ່ການເສີມສ້າງ ແລະ ຂະຫຍາຍສາຍພົວພັນການຮ່ວມມືທີ່ດີ ລະຫວ່າງສອງກອງທັບ ກໍຄື ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ໄດ້ ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ ທັງທາງກວ້າງ ແລະ ທາງເລິກ ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ທີ່ໃຫ້ ການສະໜັບສະໜູນ, ຊ່ວຍເຫຼືອແກ່ກອງທັບປະຊາຊົນລາວ ໃນຫຼາຍຂົງເຂດວຽກງານ ເວົ້າລວມ, ເວົ້າສະເພາະ ປະກອບສ່ວນຊ່ວຍເຫຼືອດ້ານພາຫະນະອຸປະກອນເຕັກນິກ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ກໍຄືກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ຄັ້ງທີ 18 ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ “ຂະບວນລົດໄຟສັນຕິພາບ 2024 ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິ ການດ້ານການແພດ” ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ເນື່ອງໂອກາດທີ່ເຂົ້າຮ່ວມງານ ພົບປະມິດຕະພາບຊາຍແດນ ຂອງສອງກອງທັບ ລາວ-ຈີນ, ຈີນ-ລາວ ຄັ້ງທີ IV, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ (ຮອງລັດຖະມົນຕີ ກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໃນເວລານັ້ນ) ໄດ້ໃຫ້ທັດສະນະຕໍ່ສາຍພົວພັນຂອງກອງທັບ ລາວ -ຈີນ ວ່າ: ການພົວພັນຮ່ວມມື ລະຫວ່າງສອງຊາດ, ສອງກອງທັບພວກເຮົາ ໂດຍສະເພາະໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ ຍາມໃດກໍໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ,ໄດ້ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ມີການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນທຸກຂະແໜງ ການ, ເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດການເມືອງ ແລະ ຄວາມໝັ້ນຄົງ ໄປຄ່ຽງຄູ່ກັນນັ້ນ, ການພົວພັນຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ ລະຫວ່າງສອງປະເທດ ລາວ-ຈີນ ກໍນັບມື້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ສິ່ງທີ່ພົ້ນເດັ່ນແມ່ນ ການ ຮ່ວມມືທາງດ້ານເຕັກນິກການທະຫານ, ການກໍ່ສ້າງ-ບຳລຸງຍົກລະ ດັບ ໃຫ້ນາຍ ແລະ ພົນທະຫານ ຂະແໜງການຕ່າງໆ ຂອງກອງ ທັບປະຊາຊົນລາວ ແລະ ການຮ່ວມມືໃນການຮັກສາຄວາມສະ ຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ເຮັດໃຫ້ຊາຍແດນ ຂອງສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ຢູ່ຕາມບໍລິເວນຊາຍແດນ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ທ້ອງຖິ່ນໄດ້ຮັບການພັດທະນາໄວຂຶ້ນ, ຄວາມທຸກຍາກຂອງປະຊາຊົນ ຄ່ອຍໆ ຫຼຸດລົງເທື່ອລະກ້າວ ເຊິ່ງເປັນການປະກອບສ່ວນທີ່ສຳຄັນໃນການເຮັດໃຫ້ເສດຖະກິດ ຂອງ ສປປ ລາວ ມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ສັງລວມແລ້ວ ການພົວພັນຮ່ວມມື ລະຫວ່າງສອງກອງທັບ ລາວ-ຈີນ ໃນຫຼາຍທົດສະວັດຜ່ານມາແມ່ນໄດ້ຮັບຜົນສຳເລັດຫຼາຍດ້ານ ແລະ ເປັນຂີດໝາຍທີ່ສຳຄັນ ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນສັນຍາ ແລະ ອະນຸສັນຍາການຮ່ວມມືໃນຂົງເຂດຕ່າງໆ ທີ່ສອງພັກ, ສອງລັດຖະບານ ລາວ-ຈີນ ໄດ້ຕົກລົງກັນ, ທັງເປັນການສືບຕໍ່ຮ່ວມມືເສີມຂະຫຍາຍສາຍພົວ ພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຈີນ ໃຫ້ຈະເລີນງອກງາມຍິ່ງໆ ຂຶ້ນ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ໃນການປົກປັກຮັກສາຊາຍແດນ ຂອງສອງປະເທດ ໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມໝັ້ນຄົງ.
ທີ່ມາ: ໜັງສືພິມກອງທັບ






