ວັນທີ 28 ກຸມພາ ຜ່ານມານີ້ ສະໂມສອນໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ ແຂວງຫຼວງພະບາງ ໂຄງການພັດທະນາລະບົບກະເສດສຸມປະສົມປະສານແບບຍືນຍົງ (Sustainable intensification of Mixed Farming Systems) ໄດ້ຈັດກອງປະຊຸມສະຫຼຸບລາຍງານ ແລະມອບລາງວັນ ໃຫ້ແກ່ຄອບຄົວຊາວກະສິກອນ ທີ່ເຂົ້າຮ່ວມໂຄງການ ພັດທະນາລະບົບກະເສດສຸມ ປະສົມປະສານແບບຍືນຍົງ, ມີ ທ່ານ ແກ່ນຈັນ ພິລາວັນ ຮັກສາການເຈົ້າເມືອງໂພນໄຊ, ທ່ານ ຢີ່ ຢາງ ຮອງຫົວໜ້າພະແນກພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະທ່ານ ໂກສົນ ໄຊພະກັດສາ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ, ພ້ອມດ້ວຍພະນັກງານວິຊາການ ທີ່ມາຈາກສູນກາງ ແລະທ້ອງຖິ່ນ ລວມເຖິງ ຊາວກະສິກອນ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ເພື່ອລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດກິດຈະກໍາການທົດລອງ ລະບົບປ່າໄມ້-ລ້ຽງສັດ ແບບປະສົມປະສານທີ່ຍືນຍົງ; ທັງຊົມເຊີຍຜົນສໍາເລັດ ແລະມອບວັດຖຸລາງວັນ ໃຫ້ແກ່ຊາວກະສິກອນ ກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາການທົດລອງ ແລະເສີມຂະຫຍາຍ-ເຜີຍແຜ່ຜົນສໍາເລັດເບື້ອງຕົ້ນຂອງການທົດລອງ ເພີ່ມຄວາມປົກຫຸ້ມປ່າໄມ້ ໃນພື້ນທີ່ທົ່ງຫຍ້າລ້ຽງສັດ ໂດຍຜ່ານລະບົບປ່າໄມ້-ລ້ຽງສັດ ແບບປະສົມປະສານ ທີ່ຍືນຍົງ. ເຊີ່ງໃນປີຜ່ານມາ, ຊາວກະສິກອນໄດ້ດໍາເນີນຂັ້ນຕອນ ເພື່ອຈັດຕັ້ງປະຕິບັດກິດຈະກໍາການຜະລິດປ່າໄມ້-ລ້ຽງສັດ ແບບຍືນຍົງ ດ້ວຍຄວາມເອົາໃຈໃສ່ສູງ, ຊາວກະສິກອນໄດ້ປູກຕົ້ນໄມ້ເກືອບ 61,000 ຕົ້ນ ອັນຈະສະໜອງໄມ້, ອາຫານ, ໃຫ້ອາຫານ ແລະຢາ, ພ້ອມທັງໃຫ້ຮົ່ມ ແລະທີ່ພັກອາໄສ. ໂອກາດນີ້ ໂຄງການ ໄດ້ມອບວັດຖຸລາງວັນໃຫ້ແກ່ຊາວກະສິກອນເປົ້າໝາຍທີ່ເຂົ້າຮ່ວມກິດຈະກໍາການທົດລອງຜະລິດເບ້ຍໄມ້ ແລະປູກໄມ້ເຮັດຮົ້ວຂຽວໃນພື້ນທີ່ທົ່ງຫຍ້າລ້ຽງສັດ, ໂດຍມີຊາວກະສິກອນ ຈໍານວນ 65 ຄອບຄົວ ປະກອບມີ 06 ບ້ານຄື: ບ້ານຫ້ວຍມັນ, ບ້ານນໍ້າບໍ່, ບ້ານຫ້ວຍສີຍົວ, ບ້ານຜັກຫົກ, ບ້ານສົບເຈັ້ຍ ແລະບ້ານຫ້ວຍໂນະ ປະກອບມີ ເຫຼັກໜາມ 739 ກໍ້ ມູນຄ່າ 169,970,000 ກີບ, ນອກນີ້, ໄດ້ມອບວັດຖຸລາງວັນໃຫ້ແກ່ຊາວກະສິກອນເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາການທົດລອງຮັກສາຕົ້ນໄມ້ໃນທົ່ງຫຍ້າລ້ຽງສັດ ໂດຍມີຊາວກະສິກອນ 39 ຄອບຄົວ ໃນ 06 ບ້ານຄື: ບ້ານຫ້ວຍມັນ, ບ້ານນໍ້າບໍ່, ບ້ານດອນໄຊ, ບ້ານຫ້ວຍສີຍົວ, ບ້ານຜັກຫົກ ແລະບ້ານສົບເຈັ້ຍ ໄດ້ຮັບ ເຫຼັກໜາມ 315 ກໍ້ ມູນຄ່າ 72,450,000 ກີບ, ລວມມູນຄ່າທັງໝົດ 242,420,000 ກີບ. ເຊິ່ງວັດຖຸລາງວັນທີ່ຊາວກະສິກອນໄດ້ຮັບໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາການທົດລອງ ລະບົບການຜະລິດປ່າໄມ້-ລ້ຽງສັດ ແລະເປັນທາງເລືອກໜຶ່ງທີ່ມີຄວາມສໍາຄັນ ເຊິ່ງເປັນຜົນປະໂຫຍດທາງດ້ານສະພາບແວດລ້ອມ ແມ່ນປ່າໄມ້ ສະພາບແວດລ້ອມດີຂຶ້ນ, ດິນຊຸ່ມຊື່ມ ມີແຫຼ່ງນໍ້າພຽງພໍແກ່ການລ້ຽງ, ສັດລ້ຽງມີຮົ່ມ, ຜົນປະໂຫຍດທາງດ້ານສັງຄົມ ຊາວກະສິກອນ ມີແຫຼ່ງອາຫານ ແລະໂອກາດສ້າງວຽກເຮັດງານທໍາ ແລະສຸດທ້າຍ ແມ່ນຜົນປະໂຫຍດທາງດ້ານເສດຖະກິດ ຊາວກະສິກອນມີລາຍຮັບຫຼາຍຂຶ້ນ ຈາກຂາຍລ້ຽງສັດ ແລະຜົນຜະລິດຈາກຕົ້ນໄມ້.
ພາບ-ຂ່າວ: ປອ. ສີມອນ ວົງຄໍາຮໍ່






