ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງ​ປະ​ຊຸມ​​​ຄັ້ງ​ທີ 10 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ສະ​ໄໝ​ທີ 14

Mar 3, 2025

ກອງ​ປະ​ຊຸມ​​​ຄັ້ງ​ທີ 10 ຂອງ​ຄະ​ນະ​ປະ​ຈຳຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ສະ​ພາ​​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ສະ​ໄໝທີ 14 ໄດ້ອັດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 2 ມີ​ນານີ້ ໂດຍແມ່ນ ທ່ານ ​ຫວາງ​ຮູ້​ນີງ ​​​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​​​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ ເປັ​ນ​ປະ​ທານ
ທ່ານ​ ຫວ​າງ​ຮູ້​ນີງ ກ່າ​ວ​ວ່າ: ໃນ​ໜຶ່ງ​ປີ​ທີ່ຜ່ານ​ມາ, ວຽກ​ງານ​ດ້ານ​ຕ່າງໆ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່. ປີ2025, ​ສະ​ພາ​​ປຶກ​ສາ​ການ​ເມືອງປ​ະ​ຊາ​ຊົນ​ຕ້ອງ​ລົງ​ເລິກ​ຜັນ​ຂະ​ຫຍາຍ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ທີ່​ສຳ​ຄັນ​ຂອງ ​ທ່ານ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດຈີນກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ແລະ​ປັບ​ປຸງວຽກ​ງານ​ຂອງ​ສະ​ພາ​​ປຶກ​ສາ​ການ​ເມືອງ​​​​ປະ​ຊາ​ຊົນ, ຍຶດ​ໝັ້ນ​ເຮັດ​ໃຫ້​ການ​ນຳ​ພາ​ຂອງ​ພັກ, ແນວ​ໂ​ຮມແລະການ​ປຶກ​ສາ​ຫາ​ລື​ແບບ​​ປະ​ຊາ​ທິ​ປະ​ໄຕເຊື່ອມ​ໂຍງ​ເຂົ້າ​ກັນ, ຊ່ວຍໃຫ້ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​ທີ່​ວາງ​ໄວ້​ໃນ​ແຜ​ນ​ການ​ “5ປີ​ ຄັ້ງ​ທີ14” ດ້ວຍຄຸນ​ນະ​ພາບ​ສູງ, ຕ້ອງ​ອອກ​ແຮງ​ສຸດ​ຂີດ​ເພື່ອ​ເຮັດ​ວຽກ​ດ້ານ​ຕ່າງໆຂອງກອງ​ປະ​ຊຸມ​​ຄັ້ງ​ທີ 3 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ​ ສະ​ໄໝ​ທີ 14 ໃຫ້​ດີ ແລະ ຮັບ​ປະ​ກັນ​ໃຫ້​ຈັດ​ກອງ​ປະ​ຊຸມ​ຢ່າງ​ສຳ​ເລັດ​ຜົນ​​ແລະ​ເຕັມ​ເມັດ​ເຕັມ​ໜ່ວຍ.
ທີ່ມາ: CMG
May be an image of 4 people and text