ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ ໂຄງການປັບປຸງວິທະຍາໄລຄູໃນລາວ

Mar 4, 2025

ວັນທີ 3 ມີນາ 2025, ທີ່ ວິທະຍາໄລຄູບ້ານເກິນ ເມືອງທຸລະ ຄົມ, ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນໂຮງ ຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນລາວ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶ ມິຊຶໂຕະມຸ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ມິຢາໂກະ ໂຄບາຢາຊິ ຫົວໜ້າ ອົງການ ໄຈກາ ປະຈຳ ສປປ ລາວ, ພ້ອມດ້ວຍແຂກຮັບເຊີນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ເປົ້າໝາຍຂອງໂຄງການແມ່ນ ເພື່ອພັດທະນາ ແລະ ຍົກລະ ດັບຄຸນນະພາບການຮຽນ-ການສອນຂອງໂຮງຮຽນສາທິດ ໂດຍການປັບປຸງອາຄານຮຽນ ແລະ ອຸປະກອນສື່ການຮຽນ-ການສອນຕ່າງໆ ສໍາລັບວິທະຍາໄລຄູ ແລະ ໂຮງຮຽນສາທິດໃນລາວ ໂດຍໄດ້ ຮັບທຶນຊ່ວຍເຫຼືອລ້າ ມູນຄ່າ 1,912,000,000 ເຢນ ຫຼື ປະ
ມານ 18 ລ້ານໂດລາສະຫະລັດ ແລະ ລັດຖະບານລາວ 181,100 ໂດລາສະຫະລັດ; ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 10 ເດືອນກັນ ຍາ ປີ 2020 ເຖິງ ວັນທີ 31 ທັນວາ 2026.
ໂຄງການດັ່ງກ່າວຈັດຕັ້ງປະຕິບັດຢູ່ວິທະຍາໄລຄູ 8 ແຫ່ງ ຄື: ວິທະຍາໄລຄູ ຫຼວງນ້ຳທາ, ວິທະຍາໄລຄູ ບ້ານເກິນ, ວິທະຍາໄລຄູ ຫຼວງພະບາງ, ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ຄັງໄຂ, ວິທະຍາໄລຄູ ສາລະວັນ, ວິທະຍາໄລຄູ ດົງຄໍາຊ້າງ ແລະ ວິທະ ຍາໄລຄູປາກເຊ. ມີເນື້ອທີ່ປຸກສ້າງລວມ 15,822 ຕາແມັດ, ລວມມີອາຄານ 26 ຫຼັງ, ໃນນັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານສາ ທິດ 11 ຫັຼງ, ປະຖົມສາທິດ 6 ຫັຼງ, ມັດທະຍົມສາທິດ 8 ຫັຼງ, ອາຄານຮຽນ ສໍາລັບວິທະຍາໄລຄູ 1 ຫັຼງ ແລະ ມີຫ້ອງນ້ຳແຍກ 15 ຫຼັງ, ລວມຈໍານວນ ຫ້ອງຮຽນທັງໝົດ 121 ຫ້ອງຮຽນ. ພ້ອມນີ້, ພາຍໃນອາຄານດັ່ງກ່າວ ຍັງມີຫ້ອງການຄູ, ຫ້ອງທົດ ລອງ, ຫ້ອງອະເນກປະສົງ, ຫ້ອງປະຖົມພະຍາບານ, ຫ້ອງອ່ານ, ຫ້ອງກະກຽມ, ຫ້ອງອຸປະກອນ ແລະ ຫ້ອງເກັບເຄື່ອງ.
Cr. ບຸນມາ ແກ້ວບຸດດາ