ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 31

Mar 4, 2025

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຈາກລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 31 ຈັດຂຶ້ນທີ່ ເມືອງຈໍຮໍ, ເດຊາຣູ, ປະເທດມາເລເຊຍ ໃນທ້າຍເດືອນກຸມພາຜ່ານມານີ້, ພາຍໃຕ້ການເປັນປະທານກອງປະຊຸມຂອງມາເລເຊຍ ໃນຖານະເປັນປະເທດເຈົ້າພາບ ແລະ ປະທານອາຊຽນ ປີ 2025.
ກອງປະຊຸມຄັ້ງນີ້, ນອກຈາກໄດ້ຮັບຮອງເອົາ 2 ແຜນວຽກບຸລິມະສິດດ້ານເສດຖະ ກິດທີ່ຍັງຄ້າງສຳລັບປີ 2024, ຍັງໄດ້ມີການຮັບຮອງເອົາ 9 ແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (Priority of Economic Deliverables) ຊື່ງຢູ່ພາຍໃຕ້ການຊີ້ນໍາຂອງລັດຖະມົນຕີເສດຖະກິດອາຊຽນໃນໄລະຍະການເປັນປະທານອາຊຽນຂອງມາ ເລເຊຍ ປີ 2025.
ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການເຈລະຈາເພື່ອຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ ເຊີ່ງປະຈຸບັນສາມາດສຳເລັດການເຈລະຈາໄດ້ 89%, ຄາດວ່າຈະໃຫ້ສາມາດສະຫລຸບການເຈລະຈາເນື້ອໃນສັນຍາໄດ້ ໃນທ້າຍປີ 2025 ນີ້;
ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບສະພາບການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ ລວມທັງສະພາບຄວາມເຄັ່ງຮ້ອນທາງດ້ານພູມມິສາດການເມືອງ ໂດຍສະເພາະ ການຮັບມືກັບນະໂຍບາຍການຄ້າ ແລະ ພາສີ ຂອງ ສ. ອາເມລິກາ ພາຍໃຕ້ການນໍາພາຂອງລັດຖະບານຂອງປະທານາທິບໍດີ ໂດນັລ ທຣັມ ທີ່ໄດ້ສົ່ງຜົນກະທົບຕໍ່ພາກພຶ້ນອາຊຽນ ກໍຄືໃນໂລກໂດຍລວມ ແລະ ການກະກຽມຮັບເອົາ ຕິມໍແລ້ດເຕ້ ເຂົ້າເປັນສະມາຊິກຂອງອາຊຽນ.
ນອກຈາກນັ້ນ, ບັນດາລັດຖະມົນຕີເສດຖະກິດອາຊຽນ ຍັງໄດ້ປຶກສາຫາລື ກ່ຽວ ກັບການຮ່ວມມືດ້ານເສດຖະກິດກັບພາຍນອກ ໂດຍສະເພາະ ການຮ່ວມມືການຄ້າໃນຂົງເຂດໃຫມ່ກັບກຸ່ມອ່າວອາຣັບ (the Gulf Cooperation Council) ເຊີ່ງມີປະເທດສະມາຊິກທັງໝົດ 6 ປະເທດຄື: ບາເຣນ, ຄູເວດ, ໂອມານ, ກາຕາ, ຊາອຸດິ ອາຣາບີ ແລະ ສະຫະລັດອາຣັບ ເພື່ອແນໃສ່ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ, ສປ ຈີນ ແລະ ອ່າວອາຣັບ ທີ່ຈະຈັດຂື້ນໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນ ພຶດສະພາ 2025 ທີ່ ມາເລເຊຍ ທີ່ຈະມາເຖິງນີ້.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ມະໄລທອງ ກົມມະສິດ, ຍັງໄດ້ມີການພົບປະສອງຝ່າຍກັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າສິງກະໂປ ແລະ ທ່ານ ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືສອງຝ່າຍ ໂດຍສະເພາະໂຄງການສາຍສົ່ງໄຟຟ້າອາຊຽນ, ພະລັງງານສະອາດ, ຕະຫລາດກາກບອນ, ການສົ່ງເສີມຍົກລະດັບຂີດຄວາມສາມາດໃຫ້ພະນັກງານ, ກໍຄືການສະໜັບສະໜູນ ບັນດາແຜນວຽກບູລິມະສິດຂອງ ມາເລເຊຍ ໃນຖານະເປັນປະທານອາຊຽນ ປີ 2025 ໃຫ້ສາມາດສໍາເລັດໄດ້ຕາມຄາດໝາຍ.
ທີ່ມາ: ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ