ເມົາຢາ ຫວັງລັກພາໂຕເດັກແຕ່ບໍ່ປະສົບຜົນສໍາເລັດ

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ໃນວັນທີ 4 ມີນາ 2025 ວ່າ: ເຫດການເກີດຂຶ້ນໃນວັນທີ 28 ກຸມພາ 2025 ເວລາປະມານ 13 ໂມງ ຢູ່ໂຮງຮຽນປະຖົມບ້ານໂນນຍາງ, ເມືອງສຸຂຸມາ, ແຂວງຈຳປາສັກ ມີທ້າວ ບຸນສີ ( ສີ ) ອາຍຸ 31 ປີ ( ເປັນນ້າບ່າວຂອງທ້າວ ຈຸ່ນ ) ຂີ່ລົດຈັກເວບ 100 ສີຂຽວ ບໍ່ມີປ້າຍທະບຽນຊ້ອນກັບ ທ້າວ ຈຸ່ນ ອາຍຸ 22 ປີ (ເປັນຫຼານຊາຍຂອງທ້າວ ສີ) ທັງ 2 ມີອາຊີບເປັນຊາວນາ ຢູ່ບ້ານໜອງບົວໂງະ ເມືອງສຸຂຸມາ ແຂວງຈຳປາສັກ ມາຈອດຢູ່ໜ້າຫ້ອງຮຽນ ປ.3 ໂຮງຮຽນບ້ານນາຍາງ. ພໍໄປຮອດ ທ້າວ ບຸນສີ ໄດ້ຖາມຫາລູກຊາຍ ທີ່ເຂົ້າໂຮງຮຽນຢູ່ນັ້ນ ແຕ່ທຸກຄົນໃນຫ້ອງຕອບວ່າບໍ່ເຫັນ, ເມື່ອຮູ້ວ່າລູກບໍ່ຢູ່ໂຮງຮຽນ ທ້າວ ບຸນສີ ຈຶ່ງເກີດມີແນວຄິດຢາກຈັບເດັກນ້ອຍໄປຮຽກຄ່າໄຖ່ ແຕ່ບໍ່ໄດ້ບອກທ້າວ ຈຸ່ນ ໄວ້ກ່ອນ.
ທ້າວ ບຸນສີ ໄດ້ໃຊ້ມີດຂູ່ນັກຮຽນບໍ່ໃຫ້ຮ້ອງ ແລະ ຍ່າງໄປຈັບເອົາທ້າວ ກໍ (ນາມສົມມຸດ) ອາຍຸ 6 ປີ ຂຶ້ນລົດຈັກ ຂີ່ໜີໄປທາງປາກຊ້າງ ໄປຮອດໜ້າໂຮງຮຽນ ມສ ໂນນຍາງ ທ້າວ ກໍ ໄດ້ດິ້ນຈົນຕົກລົງຈາກລົດຈັກ, ສ່ວນທ້າວ ບຸນສີ ກັບ ທ້າວ ຈຸ່ນ ເກີດຢ້ານຕໍ່ຄວາມຜິດ ຈຶ່ງໄດ້ຂີ່ລົດໜີ ເວລາຕໍ່ມາໄດ້ມີພົນລະເມືອງດີ ມາຊ່ວຍທ້າວ ກໍ ໄປສຸກສາລາ ແລະ ແຈ້ງຕໍ່ເຈົ້າໜ້າທີ່.
ຮອດເວລາ 18 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງຈັບໂຕທັງ 2 ຄົນທີ່ກໍ່ເຫດມາດຳເນີນຄະດີຕາມກົດໝາຍ.
ທັງ 2 ຮັບສາລະພາບຕໍ່ເຈົ້າໜ້າທີ່ ປກສ ເມືອງສຸຂຸມາ ວ່າ: ໄດ້ພາກັນເສບຢາບ້າ ແລະ ດື່ມສິ່ງມຶນເມົາ ຢູ່ບຸນບ້ານໝູ່ຂອງທ້າວ ຈຸ່ນ ຢູ່ບ້ານສຳຫຼຽງ ເມືອງສຸຂຸມາ ເຊິ່ງຢາບ້າທີ່ນຳມາເສບ ແມ່ນທ້າວ ຈຸ່ນ ຊື້ມາ 3 ເມັດ, ພໍເສບຢາບ້າແລ້ວ ຮອດເວລາທ່ຽງ ກໍໄດ້ຊວນກັນກັບ ແຕ່ໃນລະຫວ່າງທາງຈະກາຍເຂດໂຮງຮຽນປະຖົມນາຍາງ ຈຶ່ງເກີດຄິດຮອດລູກຊາຍ ຈຶ່ງໄປແວ່ຫາຢູ່ໂຮງຮຽນ. ພໍໄປຮອດໂຮງຮຽນຮູ້ວ່າລູກບໍ່ຢູ່ໂຮງຮຽນ ທ້າວ ບຸນສີ ຈຶ່ງເກີດມີແນວຄິດຢາກຈັບເດັກນ້ອຍໄປຮຽກຄ່າໄຖ່ ເພື່ອຫວັງຈະເອົາ ເງິນທີ່ໄດ້ມາ ໄປຊື້ຢາບ້າມາເສບ ແຕ່ບໍ່ໄດ້ບອກກ່ຽວກັບແຜນການລັກພາໂຕໃຫ້ທ້າວ ຈຸ່ນ ຮູ້ກ່ອນ ໄວ້ກ່ອນ. ບອກພຽງແຕ່ໃຫ້ ທ້າວ ຈຸ່ນ ຕີໃຜກະໄດ້ຢູ່ແຖວນັ້ນ, ໃນເວລານັ້ນທ້າວ ຈຸ່ນ ກຳລັງລົມໂທລະສັບແລ້ວຍ່າງອອກມາຕິດລົດຈັກຖ້າທ້າວ ບຸນສີ. ທ້າວ ຈຸ່ນ ເຫັນທ້າວ ສີ ອຸ້ມເດັກນ້ອຍ (ທ້າວ ກໍ) ຂຶ້ນລົດ ພ້ອມທັງບອກທ້າວ ຈຸ່ນວ່າ ” ຂີ່ໄວໄວ” ພໍຂັບ ຂີ່ອອກຈາກໂຮງຮຽນປະມານ 400 ແມັດ ເດັກນ້ອຍດິ້ນ ເຮັດໃຫ້ເດັກ ນ້ອຍຫຼຸດມືຕົກລົດ.
ຈາກນັ້ນ, ກໍພາກັນຂີ່ລົດເຂົ້າໄປບ້ານປາກຊ້າງ ແລ້ວຂີ່ລົດອອກມາເຂດບ້ານສຳຫຼຽງໄປໃສ່ນ້ຳມັນລົດ ຈຶ່ງກັບເຂົ້າມາບ້ານໜອງບົວໂງະ ຮອດເວລາ 18 ໂມງ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.
ທີ່ມາ: ໜັງສືພິມຄວາມສະຫງົບ


