ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ​ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ສ້າງ​ລະ​ບົບ​ການ​ຄຸ້ມ​ຄອງ​ດິນ​ຟ້າ​ອາ​ກາດ​ໂລກ​ທີ່​ຍຸ​ຕິ​ທຳ ສົມ​ເຫດ​ສົມ​ຜົນ ແລະ ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ

Mar 4, 2025

ຈີນ​ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ສ້າງ​ລະ​ບົບ​ການ​ຄຸ້ມ​ຄອງ​ດິນ​ຟ້າ​ອາ​ກາດ​ໂລກ​ທີ່​ຍຸ​ຕິ​ທຳ ສົມ​ເຫດ​ສົມ​ຜົນ ແລະ ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ
ເມື່ອບໍ່ດົນມານີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 62 ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ເພາະ​ກິດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ລະ​ຫວ່າງ​ລັດ​ຖະ​ບານ ຫຼື IPCC ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຮາງ​ໂຈ່ວ​ຂອງ​ຈີນ. ວັນ​ທີ 3 ມີ​ນານີ້, ທ່ານ​ລີນ​ຈ້ຽ​ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້ລາຍງານຜົນສໍາເລັດກອງ​ປະ​ຊຸມ​ຄັ້ງ​ນີ້​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ວ່າ: ຈີນ​ ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ສ້າງ​ລະ​ບົບ​ການ​ຄຸ້ມ​ຄອງ​ດິນ​ຟ້າ​ອາ​ກາດ​ໂລກ​ທີ່​ຍຸ​ຕິ​ທຳ, ສົມ​ເຫດ​ສົມ​ຜົນ ແລະ ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ໃຫ້​ບັນ​ດາ​ປະ​ເທດ​ເຂດ​ໂລກ​ໃຕ້​ຮ່ວມ​ກັນ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແບບ​ສີ​ຂຽວ ແລະ ກາກບອນ​ຕ່ຳ.
ທ່ານ ​ລີນ​ຈ້ຽນ​ ​ກ່າວ​ຕື່ມ​ວ່າ: ນີ້​ແມ່ນການເປັນເຈົ້າພາບຈັດກອງ​ປະ​ຊຸມ​ຄົບ​ຄະ​ນະ IPCC ເປັນ​ຄັ້ງ​ທຳ​ອິດຂອງຈີນ, ເຊິ່ງກອງ​ປະ​ຊຸມໄດ້ຮັບ​ຮອງ​ໂຄງ​ຮ່າງບົດ​ລາຍ​ງານການ​ປະ​ເມີນ​ຄັ້ງ​ທີ 7 ຂອງ IPCC , ໄດ້​ກຳ​ນົດ​ທິດ​ທາງ​ຈຸດ​ສຸມ​ແຫ່ງ​ການ​ປະ​ເມີນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ​ຢ່າງ​ຈະ​ແຈ້ງ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ທີ່​ສຳ​ຄັນ​ໃຫ້​ແກ່​ການ​ເຕົ້າ​ໂຮມ​ກຳ​ລັງ​ລວມ​ຂອງວົງ​ການ​ວິ​ທະ​ຍາ​ສາດ​ທົ່ວ​ໂລກ ແລະ ຮ່ວມ​ກັນ​ຍົກ​ສູງ​ລະ​ດັບ​ການ​ຄຸ້ມ​ຄອງ​ດິນ​ຟ້າ​ອາ​ກາດ​ໂລກ.
ທີ່ມາ: CMG