ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງບຸນໃຕ້

Mar 4, 2025

ໄຂກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງບຸນໃຕ້
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງບຸນໃຕ້, ແຂວງຜົ້ງສາລີ ຄັ້ງທີ VII ໄຂຂຶ້ນທີ່ສະໂມສອນໃຫຍ່ຂອງເມືອງ ໃນວັນທີ 3 ມີນາຜ່ານມາ, ໂດຍມີ ສະຫາຍ ຄຳຜອຍ ວັນນະສານ, ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນ, ຊຶ່ງເປັນຕົວແທນໃຫ້ແກ່ ສະມາຊິກພັກທົ່ວເມືອງເຂົ້າຮ່ວມ 151 ສະຫາຍ ເຂົ້າຮ່ວມ.
ສະຫາຍ ທອງສິງ ອິນທະແສງ ວ່າການແທນເລຂາພັກເມືອງ ເຈົ້າເມືອງບຸນໃຕ້ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະສູມສະຕິປັນຍາໃນການຄົ້ນຄວ້າຮັບຮອງບັນຫາສໍາຄັນຫຼາຍດ້ານ ເປັນຕົ້ນ: ຈະໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຜູ້ແທນທົ່ວອົງຄະນະພັກເມືອງບຸນໃຕ້ ຄັ້ງທີ VI ຕິດພັນກັບການປະເມີນຢ່າງກວມລວມ, ການຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງທິດທາງໜ້າທີ່ລວມ, ແຜນນະໂຍບາຍ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ VII ໃນຕໍ່ໜ້າ ເພຶ່ອສຶບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງປະຖົມປັດໃຈ ໃນການພັດທະນາເມືອງບຸນໃຕ້ ໃຫ້ເປັນເມືອງພັດ ທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ກອງປະຊຸມ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ຊຸດທີ VI ທີ່ໄດ້ນໍາພາ-ຊີ້ນໍາ ທັງເປັນໃຈກາງໃນການຈັດຕັ້ງປະຕິບັດມະຕິ ທີ່ມີຜົນສໍາເລັດ, ໃນພາລະກໍາປະຫວັດສາດ ອັນມີກຽດສະຫງ່າ ຂອງຕົນໃນໄລຍະໃໝ່ ແລະ ຈະໄດ້ດໍາເນີນການເລືອກຕັ້ງຄະນະບໍລິຫານງານພັກເມືອງຊຸດທີ VII ແລະ ຈະໄດ້ດໍາເນີນການເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພຶ່ອເປັນຕົວແທນໃຫ້ອົງຄະນະພັກເມືອງ ເຂົ້າຮ່ວມກອງປະຊຸມໃຫ່ຍອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII ທີ່ຈະໄຂຂຶ້ນໃນຕໍ່ໜ້າ.
ພ້ອມນີ້, ກອງປະຊຸມໃຫຍ່ ຍັງຈະໄດ້ຮັບຟັງ ການໂອ້ລົມຂອງສະຫາຍ ຄຳຜອຍ ວັນ ນະສານ ເພື່ອເປັນທິດທາງ ໃຫ້ແກ່ການເຄື່ອນໄຫວວຽກງານ ຂອງອົງຄະນະພັກເມືອງ ຄັ້ງທີ VII ໃນຕໍ່ໜ້າ.
ພາບ: ພອນສະໄໝ ລາວລີ, ຂ່າວ: ສົມຊະນະ ກົມມະແສງ