ຈີນ-ຫວຽດນາມ ເປີດຊ່ອງທາງຜູ້ໂດຍສານຜ່ານຊາຍແດນແຫ່ງໃໝ່

ສຳນັກຂ່າວຊິນຮວາຂອງຈີນ ລາຍງານວ່າ: ເມື່ອບໍ່ດົນມານີ້, ຈີນ ແລະ ຫວຽດນາມ ເປີດຊ່ອງທາງຜ່ານຊາຍແດນເສັ້ນທາງບົກ ສຳລັບຜູ້ໂດຍສານລະຫວ່າງປະເທດແຫ່ງໃໝ່ ເພື່ອສົ່ງເສີມການ ຮ່ວມມືທາງດ້ານການຄ້າ, ການທ່ອງທ່ຽວ ແລະ ການແລກປ່ຽນ ລະຫວ່າງປະຊາຊົນ ເພື່ອເຊື່ອມຕໍ່ດ່ານຕັງຈົງຂອງຈີນກັບດ່ານ
ຮວັນໂມຂອງຫວຽດນາມ ເຊິ່ງລົດໂດຍສານສາມາດຮັບຮອງຜູ້ ໂດຍສານ 500.000 ຄົນ ແລະ ພາຫະນະ ໂດຍສານ 30.000 ຄັນຕໍ່ປີ.
ດ່ານຕັງຈົງ ໄດ້ຕັ້ງຢູ່ເມືອງຝາງເສີງກັ່ງ ເຂດປົກຄອງຕົນເອງ ກວ່າງຊີຈ້ວງ ທາງພາກໃຕ້ຂອງຈີນ, ສ່ວນດ່ານຮວັນໂມ ຕັ້ງຢູ່ແຂວງກວ໋າງນິງຂອງຫວຽດນາມ ແລະ ມີແມ່ນໍ້າຂັ້ນກາງ. ໂດຍຊ່ອງທາງຜ່ານແຫ່ງນີ້ ເປັນໜຶ່ງໃນເສັ້ນທາງທາງບົກທີ່ສຳຄັນຂອງຈີນ ເພື່ອໄປສູ່ອາຊີຕາເວັນອອກສຽງໃຕ້. ໄລຍະຜ່ານມາບໍ່ໄດ້ຮັບການເດີນທາງເຂົ້າ-ອອກຂອງນັກທ່ອງທ່ຽວ.
ໃນຂະນະທີ່ຈີນ ມີດ່ານທາງບົກ ໄປສູ່ຫວຽດນາມຫລາຍແຫ່ງ ຕາມຊາຍແດນ ໃນເຂດປົກຄອງຕົນເອງກວ່າງຊີຈວ້ງ ແລະ ແຂວງຢູນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ.


