ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ສະ​ໄໝ​ທີ 14

Mar 4, 2025

ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 14 ​ໄດ້ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ໃນ​ວັນ​ທີ 4 ມີ​ນານີ້. ກໍາມະການ 2.100 ກວ່າທ່ານທີ່ມາຈາກ 34 ວົງການໄດ້ເຕົ້າໂຮມກັນ, ປະກອບຄວາມເຫັນຂອງຕົນ ໂດຍສຸມໃສ່ຊຸກຍູ້ຄວາມທັນສະໄໝແບບຈີນ.
ໃນ​ພິ​ທີ​ເປີດ, ກຳ​ມະ​ການ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ເຂົ້າ ຮ່ວມ​ກອງ​ປະ​ຊຸມ​ໄດ້​ພິ​ຈາ​ລະ​ນາ ແລະ ​ຮັບ​ຮອງ​ວາ​ລະ​ປະ​ຊຸມ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 14, ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ແລະ ບົດ​ລາຍ​ງານສະ​ພາບ​ວຽກ​ງານ​​ຂໍ້​ສະ​ເໜີ ​ຫຼັງ​ຈາກກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 14 ​ທີ່​ສະ​ເໜີ​ໂດຍ​ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​.
ທີ່ມາ: CMG
May be an image of dais and text