ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຊຳໃຕ້ ດຳເນີນກອງປະຊຸມໃຫ່ຍ ອົງຄະນະພັກເມືອງ ຄັ້ງທີ XII

Mar 5, 2025

ວັນທີ 4 ມີນາ 2025, ເມືອງຊຳໃຕ້, ແຂວງຫົວພັນ ໄດ້ໄຂກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ຄັ້ງທີ XII ຢູ່ຫ້ອງປະ ຊຸມຂອງເມືອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງຄູນທອນຮຸ່ງມີໄຊ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງຊຳໃຕ້. ມີ ສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ. ພ້ອມ ດ້ວຍ ຜູ້ແທນສົມບຸນ ຈຳນວນ 166 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ ທັງໝົດ 1.934 ສະຫາຍ, ຍິງ 371 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.
ກອງປະຊຸມຈະໄດ້ພ້ອມກັນຮັບຟັງ ແລະ ພິຈາລະນາຮັບຮອງເອົາບັນດາເນື້ອໃນສໍາຄັນຄື: ບົດລາຍງານການເມືອງ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ X ແຕ່ປີ 2019-2024, ຍຸດທະສາດພັດທະນາເມືອງຊໍາໃຕ້, ບົດສໍາຫຼວດການນໍາພາ ຂອງອົງຄະນະພັກເມືອງສະໄໝທີ XI ເພື່ອຖອດຖອນບົດຮຽນ ແລະ ສືບຕໍ່ນໍາພາ-ຊີ້ນໍາໃນສະໄໝຕໍ່ໄປ. ພ້ອມນັ້ນ, ຜູ້ແທນກອງປະຊຸມຍັງຈະໄດ້ໃຊ້ສິດປະຊາທິປະໄຕເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອເປັນຫຼັກແຫຼ່ງນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XII ໃຫ້ປະກົດຜົນເປັນຈິງ ແລະ ຈະໄດ້ໃຊ້ ສິດເລືອກເອົາຜູ້ແທນສົມບູນ-ສໍາຮອງໄປຮ່ວມກອງປະຊຸມໃຫ່ຍຄັ້ງທີ XI ຂອງອົງຄະນະພັກແຂວງຫົວພັນ.
ຂ່າວ-ພາບ: ໄອແກ້ວ