ໃນໂອກາດເຄື່ອນໄຫວຢ້ຽມຢາມແຂວງຫົວພັນ. ຕອນບ່າຍວັນທີ 4 ມີນາ 2025, ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະ ລັດຖະທູດອົດສະຕຣາລີ ປະຈຳລາວ ໄດ້ເຂົ້າພົບປະ ທ່ານ ພຸດພັນ ແກ້ວວົງໄຊ, ຮອງເຈົ້າແຂວງຫົວພັນ ເພື່ອປຶກສາຫາລືການສະໜັບສະຫນູນຂອງລັດຖະບານອົດສະຕຣາລີໃຫ້ແກ່ແຂວງຫົວພັນ.
ທ່ານ ພຸດພັນ ແກ້ວວົງໄຊ ໄດ້ລາຍງານໃຫ້ຮູ້ເຖິງສະພາບລວມ ແລະ ຈຸດພິເສດຂອງແຂວງຫົວພັນ ທີ່ມີທ່າແຮງຫຼາຍດ້ານເພື່ອເປີດໂອກາດໃຫ້ນັກລົງທຶນເຂົ້າມາລົງທຶນໂດຍສະເພາະດ້ານການຄ້າ, ກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ, ລວມເຖິງການ ຊ່ວຍເຫຼືອດ້ວຍດີຕະຫຼອດມາຈາກລັດຖະບານອົດສະຕາລີໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການສຶກສາ ເຊິ່ງຍາມໃຫ້ກໍ່ໃຫ້ຄວາມສຳຄັນສະໝໍ່າສະເໝີ. ທ່ານ ຮອງເຈົ້າແຂວງ ຍັງໄດ້ຮຽກ ຮ້ອງໃຫ້ທ່ານເອກອັກຄະລັດຖະທູດອົດສະຕາລີ ຊ່ວຍປຸກ ລະດົມ ນັກທ່ອງທ່ຽວ ແລະ ນັກລົງທຶນຈາກ ອົດສະຕາລີ ເຂົ້າມາທ່ຽວ ແລະ ມາລົງທຶນໃນຂະແໜງ ການຕ່າງໆ ໃນແຂວງຫົວພັນ ຕື່ມອີກ.
ທ່ານ ນາງ ເມແກນ ຈອນສ໌ ໄດ້ລາຍງານຕໍ່ ທ່ານ ຮອງເຈົ້າ ແຂວງກ່ຽວກັບການຊ່ວຍເຫຼືອຈາກລັດຖະບານອົດສະຕາລີຕໍ່ ສປປ ລາວ ໂດຍສະເພາະແຂວງຫົວພັນ ທີ່ມີການລົງທຶນດໍາເນີນທຸລະກິດ ຫຼາຍດ້ານ, ລວມເຖີງການໃຫ້ທຶນດ້ານການສຶກສາແກ່ ສປປ ລາວ ເປັນການຢືນຢັນຄວາມມຸ່ງໝັ້ນຂອງອົດສະຕຣາລີ ໃນການສະໜັບສະໜູນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ.
ນອກຈາກນີ້, ການລົງທຶນທີ່ໃຫຍ່ທີ່ສຸດໃນເຂດອາຊີຕາວັນອອກສຽງໃຕ້ ໂດຍສະເພາະແມ່ນການລົງທຶນສ້າງຕັ້ງບໍລິສັດຂົນ ສົ່ງສິນຄ້າອົດສະຕາລີ Linfox ຢູ່ແຂວງຫົວພັນ ເຊິ່ງເປັນສ່ວນໜຶ່ງຂອງການຂະຫຍາຍທຸລະກິດຂອງບໍລິສັດໄປສູ່ພາກຕ່າງໆ ຂອງ ສປປ ລາວ.
ບໍລິສັດ Linfox ດໍາເນີນທຸລະກິດຢູ່ລາວໃນປີ 2017. ມາຮອດປະຈຸ ບັນບໍລິສັດໄດ້ລົງທຶນໄປແລ້ວ 10 ລ້ານໂດລາສະ ຫະລັດໃນລາວ. ນັບແຕ່ປີ 2018 ເປັນຕົ້ນມາ ບໍລິສັດໄດ້ຝຶກອົບຮົມແຮງງານລາວ 200 ກວ່າຄົນ ໃຫ້ໄດ້ມາດຕະຖານການຂົນສົ່ງຂອງອົດສະຕຣາລີ. 50% ຂອງພະນັກງານບໍລິສັດ Linfox ແມ່ນເພດຍິງ. ພາຍໃຕ້ຍຸດທະສາດເສດຖະກິດອາຊີຕາເວັນອອກສຽງໃຕ້, ອົດສະຕຣາລີມີເປົ້າຫມາຍຮັດແໜ້ນສາຍພົວພັນດ້ານເສດຖະກິດກັບພາກພື້ນ ແລະ ສປປ ລາວ, ສົ່ງເສີມການຄ້າ ແລະ ການລົງທຶນສອງຝ່າຍ.
ໃນປີ 2024, ບໍລິສັດ Linfox ໄດ້ເຊັນສັນຍາທີ່ມີມູນຄ່າ 15 ລ້ານໂດລາອົດສະຕຣາລີ ກັບບໍລິສັດ Carlsberg/Lao Brewery ເພື່ອຂົນສົ່ງສິນຄ້າຢູ່ແຂວງຫົວພັນ, ເພື່ອກະຈາຍສິນຄ້າສູ່ບັນດາແຂວງພາກເໜືອ ລວມເຖິງນະຄອນຫລວງວຽງ ຈັນ. ໃນເດືອນກໍລະກົດປີດຽວ ບໍລິສັດ Linfox ໄດ້ເຊັນສັນຍາ ເພື່ອສະໜອງລົດຍົກໃຫ້ແກ່ສາງ Carlsberg ໃນລາວ, ມີມູນຄ່າ 4 ລ້ານໂດລາອົດສະຕຣາລີ.
ພາບ-ຂ່າວ : ຂ່າວອອນລາຍ ວສລ






