ຕອນເຊົ້າວັນທີ 04 ມີນານີ້, ກະຊວງປ້ອງກັນປະເທດຫວຽດ ນາມໄດ້ຈັດການຝຶກຊ້ອມຮ່ວມຄັ້ງທຳອິດຂອງບັນດາກຳລັງເຂົ້າຮ່ວມເດີນຂະບວນສວນສະໜາມໃນພິທີສະ ເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະ ພາບ (30 ເມສາ 1975 – 30 ເມສາ 2025) ຜ່ານຮູບແບບທາງໄກ ໂດຍໄດ້ເຊື່ອມຕໍ່ກັບ 4 ກຸ່ມຂອງບັນດາເຂດທະ ຫານໃນທົ່ວປະເທດ. ລາຍການເດີນຂະບວນສວນສະໜາມໃນພິທີສະເຫຼີມສະຫຼອງ ແມ່ນສ່ອງແສງໃຫ້ເຫັນຄືນບັນຍາກາດອັນສະຫງ່າອົງອາດຂອງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີ 1975, ໃນນັ້ນ ສໍາຄັນທີ່ສຸດສຸດ ແມ່ນບັ້ນຮົບ ໂຮ່ຈີມິນ ທີ່ຍາດໄດ້ໄຊຊະນະຢ່າງສົມບູນໃນຕອນບ່າຍວັນທີ 30 ເມສາ 1975; ເຊິ່ງເປັນການສະແດງໃຫ້ເຫັນກຳລັງແຮງແຫ່ງມະ ຫາສາມັກຄີທົ່ວປວງຊົນທັງຊາດ; ມູນເຊື້ອຮັກຊາດ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງກຸ້ມຕົນເອງ ແລະ ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິ ວັດ.
ທີ່ມາ: VOVWORLD



