ປັດຈຸບັນ, ພະນັກງານ-ລັດຖະກອນຫຼາຍຄົນ ໄດ້ຊອກຫາວິທີທາງອອກທີ່ດີ ແລະ ເໝາະສົມກັບສະພາບຄອບຄົວ ເພື່ອພັດ ທະນາຊີວິດການເປັນຢູ່ຄອບຄົວໃຫ້ດີຂື້ນ.
ທ່ານ ຄຳແພງ ບຸນທອງສີ ເປັນອາຈານອາສາສະໝັກ ປະຈຳວິ ທະຍາໄລການເງີນພາກເໜືອ ເປັນອີກບຸກຄົນໜື່ງທີ່ຊອກຫາທຸກວິທີທາງ ເພື່ອນຳໃຊ້ເວລາຫວ່າງຈາກການສິດສອນ ຊອກຫາລາຍຮັບເພີ່ມ ໂດຍຖືເອົາການລ້ຽງໄກ້ພັນໄຂ່ ມາຮອດປີນີ້ ເປັນປີທີ່ 6 ທີ່ໄດ້ປະກອບກິດຈະການລ້ຽງໄກ່ພັນໄຂ່.
ທ່ານ ຄຳແພງ ບຸນທອງສີ ໃຫ້ສຳພາດວ່າ: ກ່ອນປະກອບກິດ ຈະການລ້ຽງໄກ່ພັນໄຂ່ ຍ້ອນລູກຊາຍເປັນຜູ້ມັກບໍລິໂພກໄຂ່ ຈຶ່ງມີແນວຄິດລ້ຽງໄກ່ພັນໄຂຂື້ນ ເຊີ່ງເບື້ອງຕົ້ນ ໄດ້ລ້ຽງພຽງແຕ່ 150 ໂຕຢູ່ພື້ນທີ່ພາຍໃນຄອບຄົວ ໂດຍມີການສຶກສາວິທີການລ້ຽງຮ່ວມກັບໝູ່ທີ່ລ້ຽງມາກ່ອນ, ພາຍຫຼັງເຫັນວ່າໄດ້ຮັບຜົນດີ ແລະສາມາດສ້າງລາຍຮັບໄດ້ຫຼາຍຂື້ນ, ຈື່ງຕົກລົງຂະຫຍາຍພື້ນທີ່ ໂດຍນຳໃຊ້ເນື້ອທີ່ນາຂອງພໍ່ປູ່-ແມ່ຍ່າ ຢູ່ບ້ານໂພລາດ ເມືອງຈອມເພັດ, ເລີ້ມຕົ້ນໄດ້ປຸກເຮືອນໄກ່ຈໍານວນໜື່ງຫຼັງ ແລະນຳໄກ່ພັນໄຂ່ເຂົ້າມາລ້ຽງ ຈຳນວນ 1,000 ໂຕ, ພາຍຫຼັງໄດ້ຮັບຜົນດີ ເຫັນໄດ້ຈາກການສະໜອງໃຫ້ລູກຄ້າ ບໍ່ທັນພຽງພໍ ຈຶ່ຂະຫຍາຍອີກ 1 ຫຼັງ, ທັງຊື້ໄກ່ເຂົ້າອີກ 1,000 ໂຕ ແລະຂະຫຍາຍຕື່ມເປັນຊຸດທີ່ 3 ມາຮອດປັດຈຸບັນມີເຮືອນໄກ່ 3 ມີເຮືອນໄກ່ຈຳນວນ 3 ຫຼັງ, ມີໄກ່ພັນໄຂ່ 3,500 ໂຕ, ສາມາດເກັບໄຂ່ສົ່ງລູກຄ້າ 50-60 ແຕະຕໍ່ວັນສຳລັບການຈຳໜ່າຍ ແມ່ນໄດ້ໄປສົ່ງຕາມຮ້ານອາຫານ ທີ່ສັງຈອງປະຈຳ ແລະປະຊາຊົນເຂດອ້ອມຮອບ.
ທ່ານ ຄຳແພງ ບຸນທອງສີ ໃຫ້ສຳພາດຕື່ມວ່າ: ການດຳລົງຊີ ວິດຂອງຕົນໃນສັງຄົມປັດຈຸບັນ ເຫັນວ່ານຳໃຊ້ໄຂ່ເຂົ້າເປັນອາຫານ ເປັນສ່ວນໃຫຍ່ ເຫັນໄດ້ຈາກການສະໜອງໄຂ່ທີ່ຜະລິດແຕ່ລະຊຸດ ແມ່ນບໍ່ທັນພຽງພໍກັບຄວາມຕ້ອງການ ໃນແຜນການຕໍ່ໜ້າ ຈະສືບຕໍ່ນະຫາຍເຮືອນລ້ຽງໄກ່ ແລະນຳໄກ່ພັນໄຂ່ເຂົ້າມາລ້ຽງໃຫ້ໄດ້ 6,000 ໂຕ ເພື່ອສະໜອງໃຫ້ກັບລູກຄ້າປະຈຳ ແລະຕະຫຼາດທົ່ວ ໄປ, ມາຮອດປັດຈຸບັນເວົ້າໄດ້ວ່າ ພາຍຫຼັງກະກອບກິດຈະການລ້ຽງໄກ່ພັນໄຂ່ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂື້ນຫຼາຍເທົ່າ. ຫາກທ່ານໃດມີຄວາມສົນໃຈ ໃນການປະກອບອາຊີບລ້ຽງໄກ່ພັນໄຂ່ ສາມາດເຂົ້າໄປຖອດຖອນບົດຮຽນໄດ້ ຫຼື ຕ້ອງການນຳເອົາໄຂ່ໄປຈຳໜ່າຍຕໍ່ສາມາດເຂົ້າໄປພົວພັນໄດ້ທຸກເວລາ.
ຂ່າວ: ອາພຸດເດດ ບຸບຜາ






