ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ມີນາ 2025 ທີ່ສະໂມສອນເມືອງ ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາເພັດ ຈັນສົມພູ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆເຟືອງ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ສິດທິດຳພາ, ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍຜູ້ແທນສົມບູນຈໍານວນ 142 ສະຫາຍ ຍິງ 10 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງທັງໝົດ 2.354 ສະຫາຍ ແລະແຂກຮັບເຊີນ.
ໃນກອງປະຊຸມ ສະຫາຍ ຄໍາເພັດ ຈັນສົມພູ ໄດ້ຂຶ້ນລາຍງານການເມືອງ ໂດຍໄດ້ຕີລາຄາຄືນຜົນສໍາເລັດພົ້ນເດັ່ນໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເຂົ້າສູ່ຊີວິດຕົວຈິງຢ່າງມີຄວາມຮັບຜິດຊອບສູງ ເຮັດໃຫ້ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງເມືອງເຟືອງຂະຫຍາຍ ຕົວຢ່າງໃນລະດັບ 6.2%ຕໍ່ປີ, ລວມຍອດລາຍຮັບພາຍໃນ ບັນລຸ 742 ຕື້ກ່ວາກີບ, ເທົ່າກັບ 100.8% ຂອງແຜນ 5 ປີ, ໃນນັ້ນ: ກະສິກໍາຂະຫຍາຍຕົວ 6.79% ຕໍ່ປີ, ອຸດສາຫະກໍາຂະຫຍາຍຕົວ 4.63% ຕໍ່ປີ, ການບໍລິການຂະຫຍາຍ ຕົວ 7.1%ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 14 ລ້ານກ່ວາກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 641 ໂດລາຕໍ່ຄົນຕໍ່ປີ, ເທົ່າກັບ 93.16%, ສະເລ່ຍເຂົ້າກິນໄດ້ 571 ກິໂລຕໍ່ຄົນຕໍ່ປີ, ເທົ່າກັບ 88.39%.
ໂຄງປະກອບເສດຖະກິດ: ກະສິກໍາບັນລຸ 271 ຕື້ກ່ວາກີບ, ກວມເອົາ 36.54%; ອຸດສາຫະກໍາບັນລຸ 225 ຕື້ກ່ວາກີບ, ກວມເອົາ 30.35% ແລະ ການບໍລິການ ບັນລຸ 230 ຕື້ກ່ວາກີບ, ກວມເອົາ 31.1%; ດ້ານລາຍຮັບອາກອນຕ່າງໆບັນລຸ 14 ຕື້ກ່ວາກີບ, ກວມເອົາ 2.01% ຄຽງຄູ່ກັນນີ້ຍັງໄດ້ຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຊຸກຍູ້ການຜະລິດ, ປັບປຸງລະບົບການເມືອງ, ພັດທະນາພື້ນ ຖານໂຄງລ່າງ, ສ້າງບ້ານໃຫ່ຍເປັນຕົວເມືອງໃນຊົນນະບົດ, ສຳເລັດ 1 ແຫ່ງ (ຜາສັງ), ບ້ານເປົ້າໝາຍສາມສ້າງ 5 ບ້ານ, ບ້ານພັດທະນາ 10 ບ້ານ, ແກ້ໄຂຄອບຄົວທຸກຍາກໄດ້ 584 ຄອບຄົວ, ຍັງເຫຼືອ 181 ຄອບຄົວ.
ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາຮັບຮອງເອົາລາຍງານການເມືອງ, ແຜນພັດທະ ນາເສດຖະກິດສັງຄົມ 5 ປີ (2020-2024), ຮັບຟັງການປະກອບຄໍາເຫັນຈາກພາກສ່ວນຕ່າງໆຂອງພັກ, ຕົວແບບການຜະລິດ ຮັບຟັງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ເພື່ອສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2025-2029) ໃຫ້ປະກົດຜົນເປັນຈິງ, ພ້ອມນີ້ ຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ເລືອກເອົາຜູ້ແທນ ເພື່ອເປັນຕົວແທນຂອງອົງຄະນະພັກເມືອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນອົງຄະ ນະພັກແຂວງວຽງຈັນ,
ພ້ອມນີ້, ກອງປະຊຸມຈະໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄໍາພັນ ສິດທິດຳພາ ເພື່ອເປັນທິດຊີ້ນໍາໃຫ້ແກ່ຄະນະບໍລິຫານງານພັກເມືອງຊູດໃໝ່ ແລະຜູ້ແທນກອງປະຊຸມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕໍ່ໜ້າໃຫ້ໄດ້ຮັບຜົນສໍາເລັດໃໝ່ຍີ່ງໃຫ່ຍກວ່າເກົ່າ.
ຂ່າວ: ຈັນທະສອນ ສີຫານາດ
ພາບ: ຕາລີເຊ່ຍ






