ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ອົງ​ການ​ອຳ​ນາດສູງ​ສຸດແຫ່ງ​ລັດ​ຈີນ

Mar 5, 2025

ຕອນ​ເຊົ້າ​ວັນ​ທີ 5 ມີ​ນານີ້, ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ສະ​ໄໝ​ທີ 14 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ແລະ ​ຜູ້​ນຳ​ພັກ-ລັດ​ຈີນ​ທ່ານ​ອື່ນໆ ພ້ອມ​ດ້ວຍ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ 2.880 ທ່ານ​ ​ເຂົ້າ​ຮ່ວມ.
ທ່ານ​ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ ໄດ້​ສະ​ເໜີ​ບົດ​ລາຍ​ງານ​ວຽກ​ງານຂອງ​ລັດ​ຖະ​ບານ​ໃນ 1 ປີ​ທີ່​ຜ່ານ​ມາ​ຕໍ່​ກອງ​ປະ​ຊຸມ ແລະ ວາງ​ຂໍ້​ສະ​ເໜີ​ຕໍ່​ວຽກ​ງານ​ໃນ​ປີນີ້, ເພື່ອ​ໃຫ້​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ.
ອີງ​ຕາມ​ການ​ຈັດ​ວາງ​ຂອງວາ​ລະ​ປະ​ຊຸມ, ບົດ​ລາຍ​ງານແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ທີ່​ກ່ຽວ​ພັນ​ເຖິງທິດ​ທາງ​ນະ​ໂຍ​ບາຍຂອງ​ລັດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ພ້ອ​ມ​ທັງ​ບົດ​ລາຍ​ງານ​ງົບ​ປະ​ມານ​ແຫ່ງລັດທີ່​ຖືກ​ຖື​ເປັນປຶ້ມ​ບັນ​ຊີ​ຂອງ​ລັດ, ຈະ​ຍື່ນ​ໃຫ້​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ໃນ​ພິ​ທີ​ໄຂ. ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ແລະ ​ສະ​ພາ​ປະ​ຊາ​ຊົນທ້ອງ​ຖິ່ນ​ທຸກ​ຂັ້ນ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນສະ​ບັບ​ປັບ​ປຸງກໍ​ຈະ​ຍື່ນ​ໃຫ້​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ.
ທີ່ມາ: CMG