ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວ ຖອດຖອນບົດຮຽນການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII.

Mar 7, 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ຕິດພັນກັບກອງປະຊຸມອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ຂຶ້ນໃນວັນທີ 6 ມີນາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ໂຮງຮຽນ, ໂຮງໝໍ, ລັດວິສາຫະກິດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ນາຍບ້ານເທດສະບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສິງຄໍາ ຈັນທິຮັກ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ​ໄດ້ຜ່ານບົດສະຫຼຸບຖອດ​ຖອນ​ບົດ​ຮຽນ ການ​ນຳ​ພາ​ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ຜູ້ແທນ ອົງຄະນະພັກເມືອງແກ່ນທ້າວ ຄັ້ງທີ VIII, ຕິ​ດ​ພັນ​ກັບ​ກອງ​ປະ​ຊຸມ​ໃຫຍ່ ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ ແລະ ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ເມືອງ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພາຍຫຼັງ​ທີ່ສຳ​ເລັດການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຊາວ​ໜຸ່ມ​ເມືອງ ໃນ​ວັນ​ທີ ​13 ພະ​ຈິກ 2024, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ສະ​ຫະ​ພັນ​ແມ່​ຍິງ​ເມືອງ ​ໃນ​ວັນ​ທີ 19 ພະ​ຈິກ 2024, ກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ເມືອງ ​ໃນ​ວັນ​ທີ 6 ທັນ​ວາ 2024 ແລະ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ກຳ​ມະ​ບານ​ເມືອງ ໃນ​ວັນ​ທີ 12 ທັນ​ວາ 2024 ຄະ​ນະ​ຮັບ​ຜິດ​ຊອບ​ ໄດ້​ສະຫຼຸບ​ຖອດ​ຖອນ​ບົດ​ຮຽນ​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ ແລະ ກອງ​ປະ​ຊຸມ​ໃຫຍ່ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນໄປ​ແລ້ວ ໃນ​ວັນ​ທີ 17 ທັນ​ວາ 2024. ຈາກນັ້ນ, ໄດ້​ສືບ​ຕໍ່​ສ້າງແຜນເຄື່ອນໄຫວ, ຄົ້ນຄວ້າ​ປຶກສາ​ຫາລື ໃນການກະກຽມຄວາມພ້ອມ​ໃຫ້​ແກ່​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ເມືອງ, ພ້ອມ​ທັງດຳ​ເນີນ​ການ​ທາບ​ທາມ​ບຸກ​ຄະ​ລາ​ກອນ ຮອບ 1,2,3; ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ​ທ້າຍ​ສະ​ໄໝ ​ໃນ​ວັນ​ທີ 25-27 ມັງ​ກອນ 2025 ແລະ ​ດຳ​ເນີນກອງ​ປະ​ຊຸມ​ສະຫຼຸບ​ຂະ​ບວນ​ການ​ແຂ່ງ​ຂັນ​ຍ້ອງ​ຍໍ, ຮັກ​ຊາດ ແລະ ພັດ​ທະ​ນາ​ຂອງ​ເມືອງ ໃນ​ວັນ​ທີ 31 ມັງ​ກອນ 2025. ຈາກນັ້ນ​, ໄດ້​ສຸມ​ໃສ່ກະ​ກຽມ​ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ອົງ​ຄະ​ນະ​ພັກ​ເມືອງ ໃນ​ວັນ​ທີ 10-11 ກຸມ​ພາ 2025 ແລະ ກອງ​ປະ​ຊຸມ​ໃຫຍ​ຜູ້​ແທນ​ແນວ​ລາ​ວ​ສ້າງ​ຊາດ​ເມືອງ ໃນວັນ​ທີ 25 ກຸມ​ພາ 2025. ​ ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ ​ເຫັນ​ວ່າແຕ່ລະອານຸກຳມະການ ໄດ້ເອົາໃຈໃສ່​ໃນ​ການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆຢ່າງຕັ້ງໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ ​ເຮັດ​ໃຫ້​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້ແທນ ອົງຄະນະພັກເມືອງ ຄັ້ງທີ VIII ​ດໍາ​ເນີນ​ໄປ​ຕາມ​ແຜນ ​ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່​ວາງ​ໄວ້. ຈາກນັ້ນ, ແຕ່ລະອະນຸກໍາມະການໄດ້ມີຄໍາເຫັນ ແລະ ຕອນທ້າຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ ຍັງໄດ້ສະແດງຄວາມຍ້ອງຊົມຕໍ່ຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ເຮັດໃຫ້ກອງປະຊຸມ​ ໄດ້ດໍາ​ເນີນ​ໄປ​ຕາມ​ແຜນ ​ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່​ວາງ​ໄວ້.
ຂ່າວ: ແກ່ນທ້າວ.