ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງເຟືອງສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 36 ບ້ານ, 5,446 ຄອບຄົວ

Mar 7, 2025

ມາຮອດປັດຈຸບັນເມືອງເຟືອງສາມາດສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 36 ບ້ານ, 5,446 ຄອບຄົວ ແລະບ້ານປອດຢາເສບຕິດ34 ບ້ານພ້ອມນີ້ຍັງໄດ້ເກັບກຳປ້ອນຂໍ້ມູນເຂົ້າສູ່ລະບົບສຳມະໂນຄົວທັນສະໄໝ 43 ບ້ານ7,670 ຄອບຄົວ.
ພັນໂທ ບຸນໄທ ໄຊຍະລາດ, ເລຂາຄະນະພັກຮາກຖານ ກອງບັນຊາການປ້ອງກັນຄວາມສະຫງົບເມືອງເຟືອງ ແຈ້ງໃຫ້ຮູ້ໃນກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ຈັດຂື້ນລະຫວ່າງວັນທີ 5-6 ມີນານີ້ ທີ່ສະໂມສອນເມືອງວ່າ: ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບພາຍໃນເມືອງ ໄດ້ເອົາໃຈໃສ່ສະກັດກັ້ນ ແລະຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍການຜັນຂະຫຍາຍຄໍາສັ່ງຕ່າງໆ, ຫັນເອົາກໍາລັງວິຊາສະເພາະຢູ່ບັນດາກຸ່ມບ້ານ, ບ້ານສາມາດສະກັດກັ້ນເລີກຮື້ແກ້ໄຂບັນດາອາ ສະຍາກຳຕ່າງໆ5 ປີຜ່ານມາທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 478 ລາຍ; ຄະດີ ອາຍາ: 110 ລາຍ, ຜູ້ຖືກຫາ 178 ຄົນ, ຍິງ 4 ຄົນ; ຄະດີຢາເສບຕິດ 180 ລາຍ, ຜູ້ຖືກຫາ375 ຄົນ, ຍິງ 50 ຄົນ ແລະ ອຸບັດເຫດ 188 ລາຍ, ມີຜູ້ຖືກເຄາະຮ້າຍທັງໝົດ 356 ຄົນ, ຍິງ 106 ຄົນເສຍຊີວິດ 35 ຄົນ, ຍິງ 8 ຄົນ;ຄຽງຄູ່ຜົນງານທີ່ຍາດມາໄດ້ນັ້ນ ຂົງເຂດປ້ອງກັນຄວາມສະຫງົບຍັງມີຈຸດອ່ອນຂໍ້ຄົງຄ້າງບາງດ້ານທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນການປູກລະດົມທົ່ວປວງຊົນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍັງເຮັດບໍ່ທັນໄດ້ດີ, ການສ້າງບ້ານປ້ອມໝັ້ນສູຮົບຕິດລຽນ, ບ້ານປ້ອງກັນຊາດເຂັ້ມແຂງຍັງເຮັດໄດ້ໜ້ອຍ, ບັນຫາຢາເສບຕິດທີ່ເກີດຂຶ້ນໃນປັດຈຸບັນເຊັ່ນ: ຄໍລະເຈັນ,ຢາສູບໄຟຟ້າ, ນໍ້າກະທ້ອມ, ເກີດມີບັນຫາຄາດຕະກຳ; ລັກຊັບ (ລັກລົດຈັກ); ສໍ້ໂກງຊັບ (ຄໍເຊັນເຕີອອນລາຍ). ບັນຫາການລະເມີດກົດລະບຽບການສັນຈອນຕາມທ້ອງຖະໜົນຫົນ ທາງ ແລະອື່ນໆ, ການຄຸ້ມຄອງ, ຕິດຕາມ, ກວດກາຍັງບໍ່ທັນເຂັ້ມງວດເດັດຂາດ, ການປະເມີນສ້າງບ້ານແບບຢ່າງປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ ແລະບ້ານປອດຢາເສບຕິດ ບໍ່ທັນບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ພາບ : ຕາລີເຊ່ຍ
ຂ່າວ:ຈັນທະສອນ ສີຫານາດ
May be an image of 2 people, dais and text