ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາຄະນະບໍລິຫານງານພັກແຂວງວຽງຈັນ ເນັ້ນໜັກໃຫ້ອົງຄະ ນະພັກເມືອງເຟືອງຊຸດໃໝ່ ເອົາໃຈໃສ່ຫລາຍບັນຫາສໍາຄັນ

Mar 7, 2025

ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆວຽງຈັນ ເນັ້ນໜັກຫລາຍບັນຫາໃຫ້ຄະນະບໍລິຫານງານພັກເມືອງເຟືອງຊຸດໃໝ່ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງແຕ່ລະຂະແໜງການ ເພື່ອຮັບປະກັນໃຫ້ມະຕິກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ປະກົດຜົນເປັນຈິງ.
ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ໃນວັນທີ 6 ມີນານີ້ ທີ່ສະໂມສອນເມືອງ ສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ຊີ້ນໍາໃຫ້ຄະນະບໍລິຫານງານພັກເມືອງເອົາໃຈໃສ່ດັ່ງນີ້:
1. ໃຫ້ຮີບຮ້ອນນໍາເອົາເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້ລົງເຜີຍ ແຜ່ເຊື່ອມຊຶ່ມສູ່ຮາກຖານພັກ,ສະມາຊິກພັກ,ພະນັກງານ,ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ-ທຸກຊັ້ນຄົນໃນທົ່ວເມືອງ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງດ້ວຍການເພີ່ມທະວີຈັດຕັ້ງຜັນຂະຫຍາຍມະຕິດັ່ງກ່າວ ອອກເປັນໂຄງການ, ແຜນການລະອຽດພ້ອມທັງນຳພາການຈັດຕັ້ງທຸກຂະແໜງການຂັ້ນເມືອງ, ຂັ້ນບ້ານ ແລະປະຊາຊົນບັນດາເຜົ່າ ມີສ່ວນຮ່ວມປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ .
2. ຄະນະບໍລິຫານງານພັກເມືອງຊຸດໃໝ່ຕ້ອງເພີ່ມທະວີຮັດ ແໜ້ນຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາ, ມີຄວາມເອກະ ພາບ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງອັນໃຫຍ່ ຫຼວງ, ສືບຕໍ່ເປັນຫຼັກແຫຼ່ງແກ່ນສານ, ເປັນຄັນທຸງ, ເປັນແກນນຳ- ນຳພາເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກພັກ-ພະນັກ ງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງໃນການປົກປັກຮັກສາ ແລະສ້າງສາພັດທະນາເມືອງເຟືອງ ໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື່ອຍໆ.
3. ຕັ້ງໜ້າຄົ້ນຄ້ວາຮໍ່າຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ລັດຖະທຳມະນູນ, ບັນດາກົດໝາຍ, ກົດລະບຽຂອງພັກ, ມະຕິ, ຄຳສັ່ງ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ຍັງເຫັນວ່າມີຄວາມຈໍາເປັນ, ຍົກລະດັບຄວາມຮູ້ຄວາມສາມາດດ້ານເຕັກນິກວິຊາການ, ວິຊາສະເພາະ, ທິດສະດີການເມືອງ-ການປົກຄອງ, ຮຽນຮູ້-ຊອກຮູ້ປະສົບການ, ບົດຮຽນຈາກເຕັກໂນໂລຊີທີ່ທັນ ສະໄໝ. ສິ່ງສຳຄັນຕ້ອງຮູ້ຈັກຖອດຖອນບົດຮຽນຈາກຂະບວນ ການຕົວຈິງ, ຮ່ຳຮຽນຈາກມະຫາຊົນ, ຈາກມິດສະຫາຍ-ເພື່ອນ ຮ່ວມງານ,ຜູ້ຊົງຄຸນວຸດທີ-ອາວຸໂສ ທີ່ມີປະສົບການແລະຜູ້ຊຳນານງານໃນແຕ່ລະດ້ານຢ່າງເໝາະສົມ ເພື່ອໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ມີຜົນສຳເລັດ ແລະ ຖືກຕ້ອງສອດ ຄ່ອງຕາມສະພາບຈຸດພິເສດຂອງທ້ອງຖິ່ນຕົນ.
4. ຍຶດໜັ້ນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະ ນະ, ມອບໝາຍແບ່ງງານໃຫ້ບັນດາສະຫາຍຄະນະພັກຮັບຜິດ ຊອບຢ່າງຈະແຈ້ງ; ຊຸກຍູ້ສົ່ງເສີມຜັນຂະຫຍາຍຢ່າງມີຫົວຄິດປະດິດສ້າງ,ສັງລວມສະຕິປັນຍາລວມໝູ່ສ້າງໃຫ້ເປັນກຳລັງແຮງອັນສຳຄັນໃນການນຳພາ-ຊີ້ນຳຂອງພັກ. ນອກນັ້ນ,ຕ້ອງໄດ້ເອກະ ພາບພາຍໃນພັກໃນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ທີ່ ຮັບຮອງໃນຄັ້ງນີ້ໃຫ້ປະກົດຜົນເປັນຈິງ.
5. ເພີ່ມທະວີການນໍາພາຕໍ່ວຽກງານ ປກຊ-ປກສ ໃຫ້ກາຍເປັນຂອງທົ່ວປວງຊົນຢ່າງແທ້ຈິງ. ຄະນະພັກຕ້ອງເພີ່ມທະວີສຶກສາອົບຮົມພະນັກງານຂອງຕົນໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີທຸກຮູບແບບໂດຍຖືເອົາພະນັກງານປກສກຸ່ມບ້ານ, ກອງຮ້ອຍກອງຫຼອນແຕ່ລະບ້ານເປັນພື້ນຖານ ເຮັດໃຫ້ເມືອງເຟືອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ,ໃນສະເພາະໜ້ານີ້ໃຫ້ສຸມໃສ່ແກ້ໄຂກຸ່ມຄົນບໍ່ດີ, ບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃຫ້ຫຼຸດລົງ ແລະ ເອົາໃຈໃສ່ໃນການຄຸ້ມຄອງພົນລະເມືອງຫຼີກລ່ຽງການຮັບພົນລະເມືອງຍົກຍ້າຍມາທີ່ບໍ່ຖືກຕ້ອງຕາມລະ ບຽບຫຼັກການ.
6. ຮີບຮ້ອນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມຂອງເມືອງ ທີ່ ໄດ້ເອກະພາບ ແລະຮັບຮອງໃນກອງປະຊຸມຄັ້ງນີ້ ເຂົ້າສູ່ວຽກງານຕົວຈິງຂອງແຕ່ລະຂະແໜງ ການ ຕາມທິດການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຕາມທ່າແຮງບົ່ມຊ້ອນເມືອງ.
ສະຫາຍ ຄໍາພັນ ສິດທິດໍາພາ ຍັງໄດ້ຮຽກຮ້ອງມາຍັງອົງຄະ ນະພັກເມືອງ ຈົ່ງພ້ອມກັນເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານໃຫ້ສູງຂື້ນກວ່າເກົ່າ; ເຊີດຊູນໍ້າໃຈເອກະລາດ, ເປັນເຈົ້າ ການຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໝັ່ນສຶກສາພັດທະນາຄວາມຮູ້ຄວາມສາມາດໃຫ້ສູງຂື້ນປັບປຸງທັດສະນະຄວາມຄິດໃຫ້ໜັກແໜ້ນ, ຕ້ອງກ້າຄິດ, ກ້າເຮັດ ແລະກ້າຮັບຜິດ ຊອບທັງເອົາໃຈໃສ່ຕໍ່ວຽກງານຢ່າງຕັ້ງໜ້າຈຶ່ງຈະສາມາດເຮັດສໍາເລັດໜ້າທີ່ທີ່ວາງໄວ້.
ຂ່າວ:ຈັນທະສອນ ສີຫານາດ
ພາບ:ຕາລີເຊ້ຍ ລໍ່ມີໄຊ