ໃນຕອນເຊົ້າຂອງວັນທີ 04 ມີນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄົບຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2025 ຂຶ້ນ, ໃຫ້ກຽດເປັນປະທານໂດຍພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ພ້ອມດ້ວຍບັນດາຄະນະຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບລາຍງານຜົນການເຄື່ອນໄຫວ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ສຄຄຊ ແລະ ປຶກສາຫາລືບັນຫາຍຸດທະສາດຈຳນວນໜຶ່ງເພື່ອເລັ່ງປັບປຸງຕະຫຼາດທຶນໃຫ້ມີຄວາມເຂັ້ມແຂງ.
ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງວັນດ້ວຍບັນຍາກາດຟົດຟື້ນ ແລະ ມີຜົນສຳເລັດຕາມລະດັດຄາດໝາຍ.
ຂ່າວ: ສຄຄຊ
ພາບ: ວັນປະເສີດ ສົມບູນຂັນ.




