ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາວິທີວິທະຍາໃນການຄົ້ນຄວ້າວິທະຍາສາດ ຮັບໃຊ້ການປະຕິບັດບົດບາດເປັນເສນາທິການໃຫ້ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງຈັດຂຶ້ນໃນວັນທີ 7 ມີນານີ້ ທີ່ສະໂມສອນຂອງ ຄອສພ, ໂດຍການເປັນປະທານ ຂອງທ່ານ ຄໍາມອນ ຈັນທະຈິດ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ຮອງຫົວໜ້າ ຄອສພ, ເຂົ້າຮ່ວມ ມີທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າ ຄອສພ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ມີບັນດາຄະນະພັກ ຄອສພ, ຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ທຽບເທົ່າກົມ ທີ່ຂຶ້ນກັບ ຄອສພ.
ຈຸດປະສົງກອງປະຊຸມເຜີຍແຜ່ຄັ້ງນີ້ ເພື່ອຍົກລະດັບຄວາມສາມາດຂອງພະນັກງານນໍາພາ-ຄຸ້ມຄອງ ໃນການປະຕິບັດບົດບາດເປັນກະບອກສຽງໃຫ້ແກ່ພັກ, ເພື່ອສ້າງຄວາມຮັບຮູ້ໃຫ້ນັກຄົ້ນຄວ້າກໍາແໜ້ນດ້ານຫຼັກການໃນການຄົ້ນຄວ້າວິທະຍາສາດໃຫ້ສອດຄ່ອງ, ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າຂຽນບົດວິທະຍາສາດ ທີ່ຮັບປະກັນທາງທິດສະດີ ແລະ ພຶດຕິກໍາຢ່າງກົມກຽວ, ເພື່ອປະກອບເຄື່ອງມືສໍາຄັນໃນການສັງເກດຜົນງານການຄົ້ນຄວ້າໃຫ້ມີຄວາມຮັບປະກັນທາງດ້ານຄຸນນະພາບ.
ບັນດາທ່ານທີ່ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີບັນດາຫົວຂໍ້ຕ່າງໆ ຄື: ຄວາມຮູ້ພື້ນຖານກ່ຽວກັບວິທີວິທະຍາໃນການຄົ້ນຄວ້າວິທະຍາສາດ, ວິທີວິທະຍາໃນການເລືອກຫົວຂໍ້ຄົ້ນຄວ້າວິທະຍາສາດ, ປະເພດການຄົ້ນຄວ້າວິທະຍາສາດ, ວິທີວິທະຍາໃນການຂຽນບົດວິທະຍາສາດ, ວິທີວິທະຍາໃນການຂຽນບົດທີ່ປິ່ນອ້ອມກອງປະຊຸມສໍາມະນາ, ວິທີວິທະຍາໃນການຂຽນບົດສະຫຼຸບກອງປະຊຸມສໍາມະນາ, ວິທີນໍາສະເໜີບົດວິທະຍາສາດໃນກອງປະຊຸມ.
ຂ່າວ: ແສງຈັນ




