ເມື່ອບໍ່ດົນນີ້, ພາຍໃຕ້ການຊີ້ນໍາຂອງຄະນະຊ່ຽວຊານການແພດທະຫານຈີນຊຸດທີ 12 ປະຈໍາລາວ (ມາຈາກໂຮງໝໍຊີຈິ່ງ ຂອງມະຫາວິທະຍາໄລການແພດທະຫານອາກາດຈີນ) ຮ່ວມກັບພະແນກກະທົບຜ່າຕັດ-ກະດູກຂອງໂຮງໝໍ ສູນກາງ103 ກອງທັບປະຊາຊົນລາວ ໄດ້ສໍາເລັດການຜ່າຕັດກະດູກຫັກມອນເຕກຽຍ(Monteggia) ຂອງເດັກນ້ອຍ ເຊິ່ງເປັນກໍລະນີທຳອິດຢູ່ໃນທົ່ວປະເທດລາວ.
ການຜ່າຕັດດັ່ງກ່າວດໍາເນີນໂດຍ ຮອງສາດສະດາ ຈານຢານຢາໂປ ແລະຮອງສາດສະດາຈານ ຈ່າງ ຕ້ອງຫຼຽງ ທັງສອງເປັນຄະນະຊ່ຽວຊານການແພດປະຈໍາລາວ, ນອກນັ້ນຍັງມີຫົວໜ້າ ແລະແພດຫມໍພະແນກກະທົບຜ່າຕັດກະດູກຂອງໂຮງໝໍສູນກາງ 103 ກອງທັບເຂົ້າຮ່ວມດ້ວຍ. ການປະຕິບັດງານທັງໝົດໄດ້ດໍາເນີນໄປຢ່າງສະດວກ ແລະ ໃຊ້ເວລາປະມານ 90 ນາທີໃນການຜ່າຕັດ. ເມື່ອສໍາເລັດຄົນເຈັບໄດ້ຟື້ນຟູດີຫຼັງການຜ່າຕັດ.
ຫົວໜ້າພະແນກກະທົບຜ່າຕັດກະດູກຂອງໂຮງໝໍສູນກາງ 103 ກອງທັບໄດ້ກ່າວວ່າ: “ນີ້ເປັນຄັ້ງທຳອິດທີ່ພວກເຮົາ
ໄດ້ທຳການຜ່າຕັດກະດູກມອນເຕກຽຍ Monteggia ຂອງເດັກນ້ອຍຫັກ. ໃນອະນາຄົດ, ພວກເຮົາຈະສືບຕໍ່ເພີ່ມທະວີການແລກປ່ຽນ ແລະການຮ່ວມມືກັບເພື່ອນຫມໍແພດສາກົນ, ແນະນຳເຕັກນິກ ແລະ ແນວຄວາມຄິດດ້ານການແພດທີ່ກ້າວໜ້າ ແລະຕອບສະຫນອງການບໍລິການດ້ານການແພດທີ່ດີກວ່າເກົ່າໃຫ້ແກ່ເດັກນ້ອຍຢູ່ປະເທດລາວ ແລະ ປະເທດອ້ອມຂ້າງ.”
ກະດູກມອນເຕກຽຍຫັກ (Monteggia) ແມ່ນການບາດເຈັບຢູທີ່ກະດູກປະເພດໜຶ່ງ ເຊິ່ງເກີດຈາກການຫັກຂອງກະດູກ ulna (ກະດູກແຂນດ້ານໃນ) ພ້ອມກັບການຫລຸດຂອງກະດູກ radius (ກະດູກແຂນດ້ານນອກ) ຈາກຂໍ້ຕໍ່ຂອງມັນກັບກະດູກ humerus (ກະດູກແຂນເທິງ). ການບາດເຈັບນີ້ມັກຈະເກີດຈາກການຫຼຸດ ຫຼືການຖືກກະທົບຢ່າງແຮງ. ການປິ່ນປົວມັກຈະຕ້ອງໃຊ້ວິທີຜ່າຕັດເພື່ອປັບກະດູກໃຫ້ກັບສູ່ຕຳແໜ່ງປົກກະຕິ.
ທີ່ມາ: CMG




