ວັນທີ 5 ມີນາ 2025 ນີ້, ຢູ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສ ນາທິການກອງທັບ ປະຊາຊົນລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ.
ສະຫາຍ ຟ້າມມິງຈິ໊ງ ໄດ້ກ່າວວ່າ: ຫວຽດນາມ ຍາມໃດກໍ່ລະນຶກເຖິງການຊ່ວຍ ເຫຼືອລາວ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຈະຢູ່ຄຽງຂ້າງພ້ອມກັບລາວຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນປັດຈຸັດບັນ ແລະ ສືບຕໍ່ພັດທະນາແບບຍືນຍົງ; ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການຮ່ວມມືລະຫວ່າງກອງທັບ 2 ປະເທດ ໃຫ້ນັບມື້ພັດທະນາ.
ສະຫາຍ ຟ້າມມິງຈິ້ງ ສະເໜີໃຫ້ກອງທັບສອງປະເທດ ຫວຽດນາມ-ລາວ ເພີ່ມທະວີການພົວພັນເຊິ່ງກັນ ແລະ ກັນ, ເປັນເສນາທິການໃຫ້ການນໍາຂັ້ນສູງຂອງສອງປະ ເທດ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຜັນຂະຫຍາຍຜົນການພົບປະລະຫວ່າງຜູ້ນໍາຂອງ 3 ພັກ ແລະ ນາຍົກລັດຖະມົນຕີ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນໂຮ່ຈີມິນ ເມື່ອເດືອນກຸມພາທີ່ຜ່ານມາ, ຮັດແໜ້ນນ້ຳ ໃຈສາມັກຄີແບບພິເສດ ລະຫວ່າງ 3 ປະເທດ ແລະ ປະຕິບັດກົນໄກຮ່ວມມືທີ່ມີຢູ່ ແລ້ວ.
ໃນນັ້ນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ພົບປະແລກປ່ຽນລະຫວ່າງກອງທັບສອງຝ່າຍ; ຕັ້ງໜ້າຜັນຂະຫຍາຍວຽກງານບໍາລຸງກໍ່ສ້າງຊັບພະຍາກອນມະ ນຸດ; ຊຸກຍູ້ການຮ່ວມມືດ້ານຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ພະລາທິການເຕັກນິກ; ຍູ້ແຮງການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ພັດທະນາ, ໃນນັ້ນມີການກໍ່ສ້າງກຸ່ມບ້ານ; ສູ້ຮົບ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດ ຢ່າງທັນການ; ເຂົ້າຮ່ວມການພັດທະນາເສດຖະ ກິດ, ກໍ່ສ້າງຮູບແບບເສດຖະກິດປ້ອງກັນຊາດ; ໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ ຄວາມສຳຄັນຂອງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ສອງກອງທັບຫວຽດນາມ-ລາວ ໃຫ້ຂຽວສົດງົດງາມຕະຫຼອດໄປ.
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ລາຍງານຜົນພົບປະສອງຝ່າຍລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບສຸມໃສ່ຊຸກຍູ້ການພົວພັນຮ່ວມມື ແລະ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນຕາມຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງ 2 ປະເທດ, ພິເສດແມ່ນສັນຍາຂັ້ນສູງ ຫວຽດນາມ-ລາວ ໃນ ປີ 2024 ແລະ ການພົບປະລະຫວ່າງການນຳ 3 ຝ່າຍ ຫວຽດ ນາມ-ລາວ-ກຳປູເຈຍ.
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນບັນດາບັນຫາຍຸດທະສາດ ຜ່ານການພົບປະຂັ້ນສູງ ແລະ ກົນໄກສົນທະນານະໂຍບາຍປ້ອງກັນປະເທດ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາຍແດນ ລະຫວ່າງສອງ ປະເທດ, ໃນນັ້ນມີການກໍ່ສ້າງກຸ່ມບ້ານ; ເອົາໃຈໃສ່ເຖິງການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນ ມະນຸດ; ຊຸກຍູ້ການຮ່ວມມືດ້ານຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນ ຂ່າວສານ, ອຸດສາຫະກຳປ້ອງກັນປະເທດ, ພັດທະນາເສດຖະກິດ; ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ.
ທີ່ມາ: ຫນັງສືພິມກອງທັບ





