ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມາດຕະການໃໝ່ໃນບົດລາຍງານວຽກງານຂອງລັດຖະບານຈີນ

Mar 7, 2025

ວັນທີ 5 ມີນານີ້, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ຕາງໜ້າລັດຖະບານຈີນລາຍງານວຽກງານລັດຖະບານຕໍ່ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ, ບົດລາຍງານສະບັບນີ້ໄດ້ລະບຸມາດຕະການໃໝ່ຈຳນວນໜຶ່ງຂອງລັດຖະບານຈີນ ທີ່ຈະປະຕິບັດໃນປີ 2025 ດັ່ງລຸ່ມນີ້:
ມາດຕະການທີ 1: ການລົງທຶນຕໍ່ຄົນທາດແທ້ຂອງຄວາມທັນ ສະໄໝແມ່ນຄວາມທັນສະໄໝຂອງຄົນ. ບົດລາຍງານດັ່ງກ່າວລະບຸໄວ້ວ່າ: ຈະຊຸກຍູ້ການລົງທຶນໃສ່ຊັບພະຍາກອນມະນຸດໃຫ້ຫຼາຍກວ່າເກົ່າ ແລະ ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ. ຕໍ່ໜ້າສະພາບການໃໝ່ໃນປັດຈຸບັນ, ຍິ່ງຕ້ອງໄດ້ລົງທຶນໃສ່ການພັດທະ ນາຄົນ ເຊິ່ງບົດລາຍງານດັ່ງກ່າວໄດ້ລະບຸເປັນພິເສດວ່າ: ຈະແຈກຢາຍເງິນອຸດໜູນການລ້ຽງດູລູກ, ນີ້ເປັນການສະແດງໃຫ້ເຫັນເຖິງການລົງທຶນຕໍ່ຄົນຢ່າງມີຊີວິດຊີວາ.
ມາດຕະການທີ 2: ປັບປຸງມາດຕະການຕາມສະພາບຕົວຈິງຂອງຕົວເມືອງ, ປັບມາດຕະການທີ່ຈຳກັດໃຫ້ໜ້ອຍລົງມາດຕະການນີ້ແມ່ນການ​ດັດ​ສົມຄວບຄຸມຕະຫຼາດອະສັງຫາລິມະຊັບ ໃນບົດລາຍງານຂອງລັດຖະບານຈີນປີ 2025. ອະສັງຫາລິມະຊັບເປັນໜຶ່ງໃນອຸດສາຫະກຳເສົາຄ້ຳຂອງເສດຖະ ກິດຈີນ, ເຊິ່ງໄດ້ພົວພັນເຖິງຫຼາຍຂະແໜງການເຊັ່ນ ວັດສະດຸກໍ່ສ້າງ, ການທະນາ ຄານ ເປັນຕົ້ນ. ແຕ່ວ່າ ໃນຊຸມປີຜ່ານມານີ້, ເນື່ອງຈາກການພົວ ພັນລະຫວ່າງ ການສະໜອງກັບຄວາມຕ້ອງ ການໄດ້ເກີດການ ປ່ຽນແປງ, ການຂະຫຍາຍຕົວຂອງຕະຫຼາດອະສັງຫາລິມະຊັບຂອງຈີນຈຶ່ງຫຼຸດຕ່ຳລົງ.
ມາດຕະການໃໝ່ດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງວ່າ ລັດຖະ ບານຈີນໄດ້ໃຊ້ມາດຕະການມະຫາພາກທີ່ຕັ້ງໜ້າກວ່າເກົ່າ ເພື່ອຊຸກຍູ້ຂະແໜງການອະສັງຫາລິມະຊັບ ກຳຈັດຄວາມສ່ຽງແລະຫັນ ໄປສູ່ການພັດທະ ນາທີ່ມີຄຸນນະພາບສູງ ຍັງສະແດງໃຫ້ເຫັນເຖິງລັດຖະບານຈີນມີທ່າທີຕິດແທດຕົວຈິງຕໍ່ການເສີມຂະຫຍາຍທ່າແຮງຂອງແຕ່ລະທ້ອງຖິ່ນ ແລະນຳພາການພັດທະນາໄປຕາມທ່າອ່ຽງຂະຫຍາຍຕົວທີ່ດີຂຶ້ນ ກໍຄືມີການຄຸ້ມຄອງບໍລິຫານຢ່າງລະອຽດ.
ມາດຕະການທີ 3: ພັດທະນາການຄ້າຂ້າມຊາຍແດນ ( Off-shore Trade) ເຊິ່ງເປັນການຄ້າໃນຮູບແບບ “ເຮັດທຸ ລະກິດຂ້າມຊາດລະຫວ່າງ 3 ປະເທດ ເປັນການຄ້າແບບຜ່ານຕົວ ແທນ ຫຼືນາຍໜ້າ” ບົດລາຍງານວຽກງານຂອງລັດຖະບານຈີນປີນີ້ ໄດ້ສະເໜີມາດຕະການໃໝ່ກ່ຽວກັບການສະໜັບສະໜູນທ້ອງຖິ່ນທີ່ມີເງື່ອນໄຂໃນການພັດທະນາການຄ້ານອກຊາຍແດນ ຫຼື Off-shore ແບບໃໝ່ ເຊິ່ງເປັນມາດຕະການໜຶ່ງເພື່ອສົ່ງເສີມການປະດິດສ້າງຮູບແບບການຄ້າ ພ້ອມທັງຈະສາມາດຊ່ວຍໃຫ້ຈີນຕໍ່ຕ້ານກັບຄວາມສ່ຽງຕ່າງໆ ທີ່ປະເຊີນໜ້າໃນດ້ານການຄ້າສາກົນ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ການສະໜອງ ແລະຕ່ອງໂສ້ອຸດສາຫະກຳຂອງຈີນ.
ທີ່ມາ: CMG