ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການແຂ່ງຂັນກີລາປິ່ງປ່ອງ ສະໂມສອນ 2025

Mar 8, 2025

ການແຂ່ງຂັນກີລາປິ່ງປ່ອງ ສະໂມສອນ 2025 ເລີ່ມຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 7 ມີນາ 2025 ທີ່ສະໂມສອນ ປິ່ງປ່ອງລວມດາວ, ສູນການຄ້າ ວຽງ ຈັນ ເຊັນເຕີ ຊັ້ນ 4 ນະຄອນຫລວງວຽງຈັນ.
ໂດຍການໃຫ້ກຽດເຂົ້າຮ່ວມພິທີເປີດການແຂ່ງຂັນຂອງ ທ່ານ ກິ່ງມະໂນ ພົມມ ະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.
ທ່ານ ນາງ ສົມໃຈ ວົງສາ ເລຂາທິການ ສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ໃຫ້ຮູ້: ການຈັດງານແຂ່ງຂັນໃນຄັ້ງນີ້, ນອກຈາກຈະເປັນການທົດສອບຄວາມພ້ອມ ຂອງບຸກຄະລາກອນ ຝ່າຍຕ່າງໆ ຂອງສະຫະພັນປິ່ງປ່ອງແຫ່ງຊາລາວໃນການຮັບເປັນເຈົ້າພາບຈັດການແຂ່ງຂັນລະດັບໂລກ ສອງລາຍການໃນເດືອນສິງຫາປີນີ້ ເພື່ອຍົກລະດັບຄວາມສາມາດຂອງບຸກຄະລາກອນຝ່າຍຕ່າງໆ ຂອງສະຫະພັນປິ່ງປ່ອງແຫ່ງຊາດລາວໃຫ້ດີຂຶ້ນກວ່າເດີມແລ້ວຍັງເປັນການເຜີຍແຜ່ການຫຼິ້ນກິລາປິ່ງປ່ອງ ປວງຊົນໃຫ້ຟົດຟື້ນ ແລະຫຼາຍຂຶ້ນ ແລະຍັງເປັນການກະຕຸ້ນເສດຖະກິດ ແລະ ສົ່ງ ເສີມການທ່ອງທ່ຽວລາວ ເຮົາອີກດ້ວຍ.
ການແຂ່ງຂັນຄັ້ງນີ້ມີນັກກິລາ 100 ຄົນ ຈາກ 7 ສະໂມສອນເຂົ້າຮ່ວມ ຄື:
1.ສະໂມສອນ ປິ່ງປ່ອງ ດາລາວອນ ໄອເຕັກຊັ້ນ 4 ຈໍານວນ 25 ຄົນ
2.ສະໂມສອນ ວາກາ ແຂວງ ຈໍາປາສັກ ຈໍານວນ 22 ຄົນ
3.ສະໂມສອນ ປິ່ງປ່ອງ SV ຈໍານວນ 9 ຄົນ
4.ສະໂມສອນ ປິ່ງປ່ອງ ໂຮງຮຽນພອນສະຫັວນກິລາ ສີເກີດ 9 ຄົນ
5.ສະໂມສອນ ປິ່ງປ່ອງ ແຂວງ ຫຼວງພະບາງ 6 ຄົນ
6.ສະໂມສອນ ປິ່ງປ່ອງ ສະຫວ່າງ ຈໍານວນ 2 ຄົນ
7.ສະໂມສອນ ປິ່ງປ່ອງ ໜອງດ້ວງ ຈຳນວນ 4 ຄົນ ແລະສະໂມສອນປິ່ງປ່ອງ ມະຫາວິທະຍາໄລແຫ່ງຊາດ
ນອກນັ້ນ, ຍັງມີຜູ້ເຂົ້າຮ່ວມຈາກອົງກອນ, ຈາກບໍລິສັດ ແລະຜູ້ຄົນທົ່ວໄປໃນລາວຄືຈາກ: ມາຈາກ ສປ ຈີນ 5 ທ່ານ, ໄທ 1 ທ່ານ, ຈາກປະເທດຣັດເຊຍ 1 ທ່ານ, ຈາກປະເທດເກົາຫຼີ 1 ທ່ານ ແລະ ຈາກປະເທດຢີປຸ່ນ 1 ທ່ານ ແລະ ພິເສດໃນມື້ນີ້ ກໍ່ແມ່ນໄດ້ມີຄູອາຈານ ແລະນ້ອງໆນັກຮຽນ ມສ ເພຍວັດ ຊຶ່ງແມ່ນເປົ້າໝາຍ ຫຼັກໃນການສ້າງນັກກິລາລຸ້ນສືຍທອດໃນອານາຄົດ
ການແຂ່ງຂັນຄັ້ງນີ້ ມີ 2ປະເພດຄື: ປະເພດດ່ຽວ ແລະຄູ່ປະສົມ, 5 ລາຍການດ່ຽວຍິງ ແລະດ່ຽວຊາຍ (ອາຍຸບໍ່ເກີນ 11ປີ, 13 ປີ, 15 ປີ, 19, ທົ່ວໄປ, 45 ປີຂື້ນໄປ ) ແລະ ລາຍການຄູ່ ລວມທັງໝົດມີ: 12 ລາຍການ.
May be an image of 1 person and text