ພິທີເຊັນສັນຍາສໍາປະທານເນື້ອທີ່ດິນ ເພື່ອຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນອ່ອນມາໂບ້ (Marble) ຢູ່ບ້ານນາດີ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 07 ມີນາ 2025 ທີ່ແຂວງຄໍາມ່ວນ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການອະນຸມັດໃຫ້ ບໍລິສັດ ຟູເປົ່າການຄ້າ ແລະ ພັດທະນາກະສິກຳ ຈຳກັດຜູ້ດຽວ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຫີນອ່ອນ ມາໂບ້ ຢູ່ບ້ານນາດີ ເມືອງມະຫາ ໄຊ ແຂວງຄຳມ່ວນ, ມີເນື້ອທີ່ 04 ເຮັກຕາ, ກໍານົດເວລາໃນການສຳປະທານ 5 ປີ ແລະ ສາມາດຕໍ່ໄດ້ຕາມລະບຽບກົດໝາຍ. ສໍາລັບບາດກ້າວດຳເນີນໂຄງການຈັດແບ່ງເປັນແຕ່ລະໄລຍະຕົວຈິງຄື: ບຸກເບີກສະຖານທີ່ຂຸດຄົ້ນ ແລະ ເກັບມ້ຽນຫີນອ່ອນມາໂບ້, ກໍ່ສ້າງເສັ້ນທາງເຂົ້າສູ່ສະຖານທີ່ທຳການຂຸດຄົ້ນ ແລະ ກໍ່ສ້າງຫ້ອງການ, ຕິດຕັ້ງອຸປະກອນ ແລະ ເຄື່ອງຈັກ, ດຳເນີນການຜະລິດ-ຈໍາໜ່າຍ ແລະ ດຳເນີນກິດຈະກຳອື່ນໆ ທີ່ຕິດພັນ.
ສ່ວນທຶນທີ່ຈະລົງທຶນໃນກິດຈະການຕ່າງໆ ຂອງໂຄງການມີມູນຄ່າທັງໝົດ 1.100.000 ໂດລາສະຫະລັດ ເຊິ່ງເປັນຮູບການລົງທຶນພາຍໃນ 100%.
ທີ່ມາ: khammouane News




