ແຂວງຫຼວງນໍ້າທ າເຊັນສັນຍາ ວ່າດ້ວຍສາງພັກສິນຄ້າຢູ່ບ້ານນໍ້າລື ເມືອງຫຼວງນໍ້າທາ ລະຫວ່າງອົງການປົກຄອງແຂວງ. ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທືນ ແລະ ບໍລິສັດ ລາວ-ຈີນຊຸ້ຍການຄ້າສາກົນ ຂາເຂົ້າ-ຂາອອກຈໍາກັດໃນວັນທີ່ 6 ມີນານີ້ ທີ່ພະແນກແຜນການ ແລະ ການລົງທືນແຂວງຫຼວງນໍ້າທາ.
ສັນຍາວ່າດັ່ງກ່າວ ເພື່ອເປັນນິຕິກຳ ທີ່ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ຝ່າຍລັດ ແລະ ການດໍາເນີນກິດຈະການສາງພັກສິນຄ້າ ເພື່ອເກັບມ້ຽນ, ຮັກສາສິນຄ້າຂອງບໍລິສັດ, ບໍລິສັດໃນເຄືອຂ່າຍ ແລະ ບໍລິສັດອື່ນໆ ທີຈະຈັດສົ່ງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ສາລີ, ມັນຕົ້ນ, ຢາງພາລາ, ໝາກກ້ວຍ, ເຄື່ອງອຸປະໂພກ, ເຄື່ອງກໍ່ ສ້າງ, ອຸປະກອນ, ອາໄຫຼ່ ແລະ ອື່ນໆ ຂອງຜູ້ລົງທຶນ.
ສັນຍາສະບັບນີ້, ໄດ້ກຳນົດສິດ, ພັນທະໜ້າທີ່ຄວາມຮັບຜິດຊອບຂອງຄູ່ສັນຍາ ທັງສອງຝ່າຍ ເພື່ອແນໃສ່ເຮັດໃຫ້ກິດຈະການລົງທຶນດຳເນີນຢ່າງມີປະສິດທິຜົນສູງ, ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ. ສາງພັກສິນຄ້າຕັ້ງຢູ່ບ້ານນໍ້າລື ມີເນື້ອທີ່ 5 ເຮັກຕາ 8,435 ຕາແມັດ ເປັນການເຊົ່າເນື້ອທີ່ດິນຂອງບຸກຄົນ ມູນຄ່າການລົງທຶນທັງຫມົດ 34 ຕື້ກີບ, ໃນນີ້ ທືນໝູນວຽນ 16 ຕື້ 600 ລ້ານກີບ, ທຶນຄົງທີ່ 17 ຕື້ 400 ລ້ານກີບ, ເປັນການລົງທຶນເອກະຊົນຕ່າງປະເທດ 100% ອານຸສັນຍາແມ່ນ 30 ປີ.
ຂ່າວ: ແກ້ວ ກ໋ວາງບັນແຄັດ




