ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບໍ່ແກ້ວ ສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ

Mar 8, 2025

ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ຈັດປາຖະກະຖາ ແລະ ສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910-8 ມີນາ 2025) ໃນວັນທີ 8 ມີນາ 2025 ທີ່ຫໍວັດທະນະທໍາແຂວງ ໂດຍມີທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ.
ທ່ານ ນາງ ບຸນຍົກ ແສງສະຫວ່າງ, ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ເລົ່າຄືນປະຫວັດຕົ້ນກຳເນີດວັນແມ່ຍິງສາກົນ ວັນທີ 8 ມີນາ, ພາຍໃຕ້ຄຳຂວັນ “ສິດ ທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ວັນແມ່ຍິງສາກົນ 8 ມີນາ ແມ່ນວັນໜຶ່ງທີ່ມີຄວາມໝາຍສຳຄັນຂອງແມ່ຍິງໃນທົ່ວ ໂລກ ເນື່ອງຈາກເປັນວັນທີ່ລະນຶກເຖິງໄຊຊະນະຂອງແມ່ຍິງທຸກຊັ້ນຄົນໃນທົ່ວໂລກໃນການຕໍ່ສູ້ເລັ່ງທວງສິດຜົນປະໂຫຍດອັນຊອບທຳຂອງເອື້ອຍນ້ອງແມ່ຍິງ.
ສຳລັບ ຢູ່ ສປປ ລາວ, ລັດຖະບານ ໄດ້ມີແນວທາງນະໂຍບາຍ ຕໍ່ການພັດທະນາ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຊຶ່ງໄດ້ກຳນົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຫລາຍສະບັບ.
ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ປີ ກໍຄືແມ່ຍິງລາວ ເພື່ອພ້ອມກັນ ປະຕິບັດຄໍາຂວັນ “ສິດທິ, ຄວາມສະເໜີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງ ທຸກຄົນ” ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ໃນພິທີ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິລະປະຈາກສູນວັດທະນະທໍາເດັກແຂວງ, ໂຮງຮຽນ ມສ ຊົນເຜົ່າ ແລະ ກອງບັນຊາການທະຫານແຂວງ ແລະ ທ່ຽວຊົມການວ່າງສະແດງສິນຄ້າ ໂອດັອບ ຂອງແຂວງນໍາອີກ.
ຂ່າວ: ຄໍາເພັງ ສີສະຫວ່າງ