ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼວງພະບາງ ກຽມຄວາມພ້ອມສຳລັບກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ XII

Mar 8, 2025

ທ່ານ ສຸກັນ ບຸນຍົງ, ຮອງເລຂາພັກແຂວງຫຼວງພະບາງ, ຜູ້ຊີ້ ນໍາແນວຄິດການເມືອງວຽກພັກພະນັກງານອົງການຈັດຕັ້ງມະຫາ ຊົນ ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວໃນວັນທີ 7 ມີນາ 2025​, ທີ່ຫ້ອງວ່າການປົກຄອງແຂວງຫຼວງ ພະບາງ ວ່າ: ປີນີ້ ເປັນປີມ້ວນທ້າຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພາຍໃຕ້ການນຳພາຂອງພັກ, ແຂວງຫຼວງພະບາງໄດ້ຈັດຕັ້ງຜັນຂະຫຍາຍວຽກງານຕ່າງໆ ເປັນຂະ ບວນການຝົດຟື້ນ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເມືອງ, ເຮັດໃຫ້ສະຖຽນລະ ພາບດ້ານການເມືອງຂອງແຂວງເປັນປົກກະຕິ ແລະ ໜັກແໜ້ນ.
ທ່ານໃຫ້ຮູ້ຕື່ມວ່າ: ໃນການກຽມຄວາມພ້ອມສຳລັບກອງປະ ຊຸມໃຫຍ່ອົງຄະນະພັກຄັ້ງທີ XII ໄດ້ຈັດຕັ້ງກອງປະຊຸມຂັ້ນຕ່າງໆ ໃນທົ່ວແຂວງ. ຈົນເຖິງປະຈຸບັນ, ກອງປະຊຸມອົງຄະນະພັກເມືອງໄດ້ສຳເລັດໄປແລ້ວ 9 ເມືອງ, ແລະ ກອງປະຊຸມຂອງພະແນກການຕ່າງໆ. ການປັບປຸງບັນຍາກາດພາຍໃນພັກໄດ້ຮັບການເສີມ ຂະຫຍາຍ, ສ້າງຄວາມພ້ອມໃຫ້ແກ່ກອງປະຊຸມອົງຄະນະພັກຊຸດທີ 9 ທີ່ຈະດຳເນີນໃນທ້າຍເດືອນມີນາ ຫາ ຕົ້ນເດືອນເມສາ 2025.
ທ່ານ ສຸກັນ ບຸນຍົງ ກ່າວຕື່ມວ່າ: ໃນດ້ານການພັດທະນາເສດ ຖະກິດ-ສັງຄົມຂອງແຂວງໄລຍະ 5 ປີຜ່ານມາ (2021-2025), ແຂວງຫຼວງພະບາງໄດ້ບັນລຸອັດຕາການເຕີບໂຕທາງເສດຖະກິດຢູ່ທີ່ 5,2% ໃນປີ 2024, ເຖິງວ່າຈະຕໍ່າກວ່າເປົ້າໝາຍທີ່ວາງໄວ້ 5,5% ກໍ່ຕາມ, ແຕ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕັ້ງໜ້າ. ລາຍໄດ້ສະເລ່ຍຂອງປະຊາຊົນໃນແຂວງແມ່ນ 36.500.000​ ກີບຕໍ່ຄົນຕໍ່ປີ ຊຶ່ງສົ່ງຜົນໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງຊັດເຈນ. ນອກຈາກນີ້, ການພັດທະນາດ້ານສຶກສາທິການ ແລະ ສາທາລະນະສຸກມີຄວາມຄືບໜ້າຢ່າງຕໍ່ເນື່ອງເພື່ອບັນລຸເປົ້າໝາຍທີ່ວາງໄວ້.
ທີ່ມາ: CMG FM93
May be an image of 1 person