ລັດຖະບານຫວຽດນາມ ປະກາດຍົກເວັ້ນວີຊ່າໃຫ້ພົນລະເມືອງຈາກ 12 ປະເທດ ຄື: ເຢຍລະມັນ, ຝລັ່ງ, ອີຕາລີ, ແອັດສະປາຍ, ອັງກິດ ແລະ ອຽກລັງເໜືອ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ດານມາກ, ຊູແອັດ, ນ໊ອກແວ ແລະ ແຟັງລັງ ໂດຍມີໄລຍະເວລາພັກອາໄສ 45 ວັນ, ນັບແຕ່ວັນເຂົ້າເມືອງຂອງຫວຽດນາມ ໂດຍບໍ່ຈຳແນກປະເພດຂອງໜັງສືເດີນທາງ ແລະຈຸດປະສົງຂອງການເດີນ, ບົນພື້ນຖານການຕອບສະໜອງຢ່າງຄົບ ຖ້ວນບັນດາເງື່ອນໄຂເຂົ້າເມືອງຕາມກົດໝາຍຫວຽດນາມ.
ນະໂຍບາຍຍົກເວັ້ນວີຊາດັ່ງກ່າວ ຈະປະຕິບັດແຕ່ວັນທີ 15 ມີນາ 2025 ຮອດວັນ ທີ 14 ມີນາ 2028, ຫລັງຈາກນັ້ນຈະໄດ້ພິຈາລະນາພິຈາລະນາອີກເທື່ອໜຶ່ງກ່ຽວກັບການຕໍ່ກຳນົດເວລາດັ່ງກ່າວຕື່ມອີກໃນຕໍ່ໜ້າ.
ທີ່ມາ: VOVWORLD



