ວັນທີ 8 ມີນານີ້, ກອງປະຊຸມຄົບຄະນະຄັ້ງທີ 2 ຂອງກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ.
ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ, ກອງປະຊຸມດັ່ງກ່າວ, ໃນນາມຄະນະປະທານກອງປະຊຸມ ໄດ້ສົ່ງຄໍາອວຍພອນອັນປະເສີດມາຍັງແມ່ຍິງບັນດາເຜົ່າ ແລະບັນດາວົງການໃນທົ່ວປະເທດ, ແມ່ຍິງຮ່ວມຊາດ ແລະແມ່ຍິງເຊື້ອສາຍຈີນຂອງເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວ ແລະເຂດໄຕ້ຫວັນ, ພ້ອມດ້ວຍແມ່ຍິງບັນດາປະເທດໃນໂລກ.
ທີ່ມາ: CMG




