ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອສະຣາ ຄອງແຊ້ມການແຂ່ງຂັນບານເຕະ ຊິງຂັນ ພະນະ ທ່ານ ນາຍົກລັດຖະມົນຕີ ສະໄຫມທໍາອິດ

Mar 8, 2025

ການແຂ່ງຂັນບານເຕະຊິງຂັນ ພະນະ ທ່ານ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ປະຈຳປີ 2024/2025 ນັດຊີງຊະນະເລີດ ມີຂຶ້ນໃນວັນທີ 08 ມີນາ 2025 ຢູ່ທີ່ສະຫນາມກິລາແຂວງຈໍາປາ ສັກ, ສະໂມສອນບານເຕະ ເອສະຣາ ພົບ ສະໂມສອນບານເຕະ ຊ້າງນ້ອຍ.
ຜ່ານການແຂ່ງຂັນຕະຫລອດ 90 ນາທີ ສະເຫມີ 1-1 ຕ້ອງໄດ້ຕໍ່ເວລາພິເສດອອກໄປ 30 ນາທີ, ເອສະຣາ ເຮັດໄດ້ດີກວ່າໃນໄລຍະເວລາຕໍ່ເວລາພິເສດ ເອົາຊະນະ ຊ້າງນ້ອຍ 2-1 ໂດຍໄດ້ປະ ຕູຈາກ ດາຫມັດ ທອງຄຳສະຫວັດ ນາທີ 45 ແລະ ຈາກ ອານັນຕະຊາ ສີພົງພັນ ນາທີ 97. ຂະນະທີ່ ຊ້າງນ້ອຍ ໄດ້ປະຕູຈາກ ກີ້ດາວອນ ສຸວັນນີ ນາທີ 77.
ສະໂມສອນບານເຕະ ເອສະຣາ ໄດ້ຮັບຂັນຊະນະເລີດ, ຫລຽນ ແລະ ເງິນລາງວັນ 200 ລ້ານກີບ. ຂະນະທີ່ ສະໂມສອນບານເຕະ ຊ້າງນ້ອຍ ທີ່ໄດ້ຮອງຊະນະເລີດໄດ້ຮັບຫລຽນ ແລະ ເງິນລາງວັນ 50 ລ້ານກີບ.
ສ່ວນລາງວັນບຸກຄົນ ຄູຝຶກດີເດັ່ນ ທ່ານ ບຽງຊູນາ ຄູຝຶກ ສະໂມສອນ ບານເຕະ ເອສະຣາ, ນັກກິລາຍິງປະຕູສູງສຸດ ປີເຕີ້ ພັນທະວົງ ຈາກ ສະໂມສອນ ບານເຕະ ເອສະຣາ ຍິງໄດ້ 11 ປະຕູ, ນັກຮັບດີເດັ່ນ ກົບ ໂລກພະທິບ ຈາກ ສະໂມສອນບານເຕະ ເອສະ ຣາ ລົງສະຫນາມ 4 ນັດ ເສຍ 1 ປະຕູ ແລະ ນັກກິລາດີເດັ່ນ ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ບານເຕະ ຊ້າງນ້ອຍ.
ພະນະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມພິທີປິດການແຂ່ງຂັນ ແລະ ມອບລາງວັນໃນຄັ້ງນີ້.
ທີ່ມາ: ສຕລ