ໃນເວລາໃຫ້ສໍາພາດເມື່ອບໍ່ດົນມານີ້, ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ, ຜູ້ຊີ້ນໍາແນວຄິດການເມືອງວຽກພັກພະນັກງານອົງການຈັດຕັ້ງມະຫາ ຊົນ ໄດ້ກ່າວວ່າ: ໃນການພັດທະນາຂອງຈີນດ້ວຍຄຸນນະພາບສູງ ແລະ ທັນສະໄໝທີ່ຜ່ານມາ, ຈີນໄດ້ສ້າງຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ໃນທຸກດ້ານ ທັງເສດຖະກິດ, ວິທະ ຍາສາດ, ເຕັກໂນໂລຊີ, ແລະ ສັງຄົມ. ຈີນພັດທະນາດ້ວຍຄຸນນະພາບສູງ ແລະ ທັນ ສະໄໝ ເປັນບົດຮຽນໃຫ້ສປປ ລາວ ແລະ ປະເທດອື່ນໆ.
ທ່ານ ສຸກັນ ບຸນຍົງ ກ່າວວ່າ: ໃນກອງປະຊຸມສອງສະພາແຫ່ງຊາດຂອງຈີນ ແລະ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ ທີ່ຜ່ານມາ, ຈີນໄດ້ເນັ້ນໜັກເຖິງການພັດ ທະນາແບບຍືນຍົງ ແລະ ຄຸນນະພາບສູງ ໂດຍສະເພາະໃນດ້ານການປ່ຽນແປງໄປສູ່ອຸດສາຫະກຳທັນສະໄໝ, ການຄົ້ນຄວ້າ ແລະ ນະວັດຕະກຳ, ແລະ ການປັບປຸງຄຸນນະ ພາບຊີວິດຂອງປະຊາຊົນ.
ທ່ານກ່າວຕື່ມວ່າ: ຂ້າພະເຈົ້າເຫັນວ່າມັນສອດຄ່ອງກັບນະໂຍບາຍຂອງພັກປະຊາ ຊົນ ປະຕິວັດລາວ ເພາະພັກປະຊາຊົນປະຕິວັດລາວກໍໄດ້ເວົ້າກັນມາດົນແລ້ວວ່ານະ ໂຍບາຍທີ່ຈະຫັນເປັນອຸດສາຫະກໍາທັນສະໄໝ ສະນັ້ນ ຜົນຂອງກອງປະຊຸມແຫ່ງຊາດຂອງສປ ຈີນ ແນ່ນອນທີ່ສຸດມັນຈະເປັນຜົນດີ ເປັນບົດຮຽນອັນລໍ້າຄ່າ ແລະ ເປັນທິດທາງອັນສໍາຄັນໃຫ້ແກ່ພາກປະຕິບັດຜັນຂະຫຍາຍຢູ່ໃນ ສປປ ລາວ ແລະ ບັນດາປະເທດຕ່າງໆ ໃນໂລກຈະໄດ້ຮັບບົດຮຽນດັ່ງກ່າວເຊັ່ນດຽວກັນ.
ທີ່ມາ: CMG FM93



