ການແຂ່ງຂັນບານເຕະ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນັດຊີງຊະນະເລີດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 08 ມີນາ 2025 ທີ່ສະໜາມກິລາແຂວງຈໍາປາສັກ ເຊິ່ງເປັນການພົບກັນ ລະຫວ່າງ ທີມສະໂມສອນ ບານເຕະ ເອສະຣາ ກັບ ທີມສະໂມສອນ ບານເຕະ ຊ້າງນ້ອຍ ໂດຍການໃຫ້ກຽດເຂົ້າຮ່ວມຊົມ, ມອບຂັນລາງວັນຊະນະເລີດ ແລະ ປິດພິທີຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນ ຕີ; ມີທ່ານ ເຈົ້າແຂວງຈຳປາສັກ, ບັນດາທ່ານ ຮອງລັດຖະມົນຕີ, ປະທານສະຫະພັນບານເຕະ ແຫ່ງຊາດລາວ, ຜູ້ອຳນວຍການໃຫຍ່ ບໍລິສັດເບຍລາວ, ພ້ອມດ້ວຍການນໍາແຂວງ ຈໍາປາສັກ, ແຂກຖືກເຊີນ ແລະ ມວນຊົນ ຊາວແຂວງຈຳປາສັກ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ການແຂ່ງຂັນບານເຕະ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງນີ້ ແມ່ນໄດ້ເລີ່ມມາແຕ່ວັນທີ 23 ມັງກອນ 2025 ໂດຍມີທັງໝົດ 16 ທີມເຂົ້າ ຮ່ວມແຂ່ງຂັນ, ໃນນັ້ນ ທີມຈາກ ລີກ 1 ມີ 8 ທີມ ແລະ ຈາກ ລີກ 2 ມີ 8 ທີມ.
ການແຂ່ງຂັນຄູ່ຊີງຊະນະເລີດ ແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນ ຊື່ນ. ຜົນການແຂ່ງຂັນ ປະກົດວ່າ ທີມສະໂມສອນ ບານເຕະ ເອສະຣາ ສາມາດເອົາຊະນະ ທີມສະໂມສອນ ບານເຕະ ຊ້າງນ້ອຍ ດ້ວຍປະຕູ 2-1 ເຊິ່ງທີມເອສະຣາ ໄດ້ປະຕູຈາກເບີ 8 ດາໝົດ ທອງຄໍາສະຫວັດ ໃນນາທີ 45 ແລະ ເບີ 4 ອານັນຕະຊາ ສີພົງພັນ ນາທີ 97; ສ່ວນທີມຊ້າງນ້ອຍ ໄດ້ປະຕູຈາກເບີ 9 ກີ້ດາວອນ ສຸວັນນີ ໃນນາທີ 77.
ສຳລັບທີມສະໂມສອນເອສະຣາ ທີ່ໄດ້ແຊ້ມໃນຄັ້ງນີ້ ເປັນສະໄໝທຳອິດ ໃນລາຍ ການນີ້ ໂດຍໄດ້ຮັບຂັນຊະນະເລີດ, ຫຼຽນ ແລະ ເງິນລາງວັນ 200 ລ້ານກີບ ມອບຂັນລາງວັນ ໂດຍທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ໃນຂະນະທີ່ອັນດັບສອງ ທີມສະໂມສອນ ບານເຕະ ຊ້າງນ້ອຍ ໄດ້ຮັບຫຼຽນ ແລະ ເງິນລາງວັນ 50 ລ້ານກີບ. ສະເພາະລາງວັນບຸກຄົນ: ຄູຝຶກດີເດັ່ນ ແມ່ນທ່ານ ບຽງຊູນາ, ຄູຝຶກ ສະໂມສອນ ບານເຕະ ເອສະຣາ; ນັກກິລາຍິງປະຕູສູງສຸດແມ່ນ ປີເຕີ້ ພັນທະວົງ ຈາກສະໂມສອນ ບານເຕະ ເອສະຣາ ລົງສະໜາມ 4 ນັດ ຍິງໄດ້ 11 ປະຕູ; ຜູ້ຮັກສາປະຕູດີເດັ່ນແມ່ນ ກົບ ໂລກພະທິບ ຈາກສະໂມສອນ ບານເຕະ ເອສະຣາ ລົງສະໜາມ 4 ນັດ ເສຍ 1 ປະຕູ; ແລະ ນັກກິລາດີເດັ່ນແມ່ນ ກີ້ດາວອນ ສຸວັນນີ ຈາກສະໂມສອນ ບານເຕະ ຊ້າງນ້ອຍ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.






