ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກເມືອງນອງ ຄັ້ງທີ XII ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວຂ້າມເຊລະນອງ ທີ່ຕັ້ງຢູ່ໃນຂອບ ເຂດບ້ານອາລ໋ອງ, ຫ່າງຈາກເທສະບານເມືອງນອງ ປະມານ 7 ກິ ໂລແມັດ.
ຂົວຂ້າມເຊລະນອງ ແມ່ນໂຄງການໜຶ່ງທີ່ນອນໃນແຜນພັດ ທະນາເສດຖະກິດ-ສັງຄົມແຂວງສະຫວັນນະເຂດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເມືອງນອງ ແມ່ນເມືອງໜຶ່ງທີ່ ນອນໃນເມືອງທຸກຍາກຂອງແຂວງສະຫວັນນະເຂດ ໂດຍສະ ເພາະເລັ່ງໃສ່ 67 ບ້ານຂອງເມືອງ.
ຂົວເບຕົງແຫ່ງນີ້ຈະເຮັດໃຫ້ການສັນຈອນຂອງປະຊາຊົນທີ່ອາໄສຢູ່ຝັ່ງເຊລະນອງ 11 ບ້ານ, ມີປະຊາຊົນປະມານ 6,000 ກວ່າຄົນ ສະດວກສະບາຍໃນການສັນຈອນໄປ-ມາ, ນຳໃຊ້ງົບປະ ມານຂອງແຂວງ ແລະຈາກສູນກາງ ປະມານ 39.9 ຕື້ກີບ, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດ 100% ໃນເດືອນທັນວາປີນີ້, ໂຄງການນີ້ມີໄລຍະ 2 ປີ, ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນມິຖຸນາ 2024, ຖ້າກໍ່ສ້າງສຳເລັດສາມາດໃຊ້ຂົວແຫ່ງນີ້ເຊື່ອມຕໍ່ໃສ່ແຂວງສາລະວັນ ໄດ້ເລີຍ.
ຂົວແຫ່ງນີ້ ມີຄວາມຍາວ 170 ແມັດ, ມີ 8 ເສົາ (ເສົາຂົວສູງ 14 ແມັດ), ເປັນຂົວເບຕົງອັດແຮງ, ກວ້າງ 5.5 ແມັດ, ມີຮົ້ວພະນັກທັງສອງຂ້າງ, ການຈັດຕັ້ງປະຕິບັດໂຄງການມາຮອດປະຈຸ ບັນສຳເລັດແລ້ວ 59% ເຊັ່ນ: ສຳເລັດການກໍ່ສ້າງເສົາໄດ້ 4 ເສົາແລ້ວ, ສ່ວນຂາງຂົວ, ແຜ່ນພື້ນ ແລະຮາວພະນັກແມ່ນໄດ້ຫຼໍ່ສຳ ເລັດແລ້ວ(ລໍຖ້າຕິດຕັ້ງ), ຂົວແຫ່ງນີ້ສາມາດຮັບນໍ້າໜັກໄດ້ 40 ໂຕນ.
ສໍາລັບວຽກທີ່ຈະເລັ່ງເອົາໃຈໃສ່ ແມ່ນສືບຕໍ່ກໍ່ສ້າງເສົາກາງນໍ້າເບີ 5-6,ວຽກຕໍ່ໄປແມ່ນວຽກຕິດຕັ້ງຂາງຂົວ ແລະວຽກເທໜ້າຂົວສ່ວນເທິງ,ຄາດວ່າຈະໃຫ້ນຳໃຊ້ກ່ອນລະດູຝົນທີ່ຈະເຖິງນີ້ ແລະຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາ 2025.





