ວັນທີ 8-9 ມີນາ 2025, ຄະນະພັກ-ອົງການປົກຄອງເມືອງມຸນລະປາໂມກ ແຂວງຈໍາປາສັກ ໄດ້ຈັດພິທີໃສ່ບາດ ແລະ ຍົກເສົາຫຼັກເມືອງຂຶ້ນສູ່ຫໍຫຼັກເມືອງສູນລວມນໍ້າໃຈຂອງຊາວເມືອງມຸນລະປາໂມກ.
ພິທີດັ່ງກ່າວຈັດຂຶ້ນຢູ່ບໍລິເວນເດີ່ນຫໍຫຼັກເມືອງ 4 ແຍກຂ້າງຕະຫຼາດຂອງເມືອງ ໂດຍມີ ທ່ານ ວັນນະສັກ ຊາດຕະກຸນ ເຈົ້າເມືອງມູນລະປາໂມກພ້ອມດ້ວຍມວນຊົນຊາວເມືອງມຸນລະປາໂມກ ເຂົ້າຮ່ວມ.
ຈຸດປະສົງໃນການສ້າງຫໍຫຼັກເມືອງ ເພື່ອສ້າງສັນຍາລັກແຫ່ງຄວາມສາມັກຄີປອງດອງເປັນອັນໜຶ່ງອັນດຽວກັນ ຂອງຊາວເມືອງມຸນລະປາໂມກ ທັງເປັນການຢັ້ງຢືນຄວາມເຂັ້ມແຂງ, ຄວາມອົງອາດກ້າຫານໃນການຕໍ່ສູ້ ແລະ ປົກປັກຮັກສາບ້ານເມືອງ; ເປັນສັນຍາລັກຂອງເມືອງໃນຍຸກໃໜ່, ຍຸກສະໄໜແຫ່ງຄວາມຈະເລີນສີວິໄລ ແລະ ທັນສະໄໝ ຢູ່ພາຍໃຕ້ແສງສະຫວ່າງແຫ່ງການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ.
ນອກນີ້ ຍັງສ້າງເປັນບ່ອນກາບໄຫ້ວສັກກະລະບູຊາ ຂອງມວນຊົນຊາວເມືອງ ແລະ ແຂກຄົນຜູ້ມາທ່ອງທ່ຽວເມືອງມຸນລະປາໂມກ, ທັງຈະເປັນບ່ອນວາງສະແດງວັດຖຸບູ ຮານເກົ່າແກ່ສັກສິດຂອງທ້ອງຖິ່ນພາຍໃນເມືອງ ແລະ ອື່ນໆ.
ຂ່າວ: ທູນທອງໃຈ







