ໃນວັນທີ 9 ມີນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກ ຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍການຕ້ອນຮັບຂອງ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະນໍາແຂວງ, ເມືອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ອິນແປງ ການຄ້າ ຂາ ອອກ-ຂາເຂົ້າ ຈໍາກັດຜູ້ດຽວ ກໍຄື ໂຮງງານເຊກອງວາຍ ແລະ ບໍລິ ສັດ ປຸງແຕ່ງແປ້ງມັນຕົົ້ນ ຄູນມີໄຊ ຈໍາກັດຜູ້ດຽວ ໂດຍຕ່າງໜ້າໂຮງງານເຊກອງວາຍ ໄດ້ລາຍງານໃຫ້ຊາບວ່າ: ໂຮງງານ ໄດ້ເລີ່ມຄົ້ນ ຄິດການຜະລິດ ວາຍ ມາແຕ່ປີ 2005, ມາຮອດປີ 2008 ຈຶ່ງໄດ້ສ້າງຕັ້ງໂຮງງານຜະລິດຂຶ້ນເປັນທາງການ ເຊິ່ງສາມາດຜະລິດ ແລະ ປຸງແຕ່ງ ໄດ້ 4 ຢ່າງ ຄື: ວາຍໝາກຂາກປ້ອມ, ວາຍໝາກຈັນ, ວາຍໝາກນ໋ອດ, ວາຍໝາກກ້ວຍ ແລະ ໄດ້ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຂອງເມືອງທ່າແຕງ, ມາຮອດປະຈຸບັນ ໄດ້ມີການຜະລິດເພີ່ມອີກ 2 ຢ່າງຄື: ວາຍກາເຟ ແລະ ວາຍໝາກຂາມປ້ອມຄັດພິເສດ.
ສ່ວນໂຮງງານປຸງແຕ່ງແປ້ງມັນຕົ້ນ ຄູນມີໄຊ ຈໍາກັດຜູ້ດຽວ ກໍໄດ້ໃຫ້ຮູ້ວ່າ: ທາງໂຮງງານເປັນຜູ້ຜະລິດ ແລະ ສົ່ງອອກຜະລິດ ຕະພັນແປ້ງມັນຕົ້ນທີ່ຫລາຍທີ່ສຸດໃນແຂວງເຊກອງ ເຊິ່ງວັດຖຸ ດິບ ແມ່ນໄດ້ຮັບຊື້ຈາກຜົນຜະລິດຂອງພໍ່ແມ່ປະຊາຊົນພາຍໃນເມືອງທ່າແຕງ ກໍຄື ແຂວງເຊກອງ ທີ່ຜະລິດ ແລະ ສະໜອງໃຫ້ ນັບມື້ນັບຫລາຍຂຶ້ນໃນແຕ່ລະປີ ໂດຍທາງໂຮງງານ ໄດ້ຜະລິດເປັນແປ້ງສົ່ງຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດ ແລະ ໃນປີ 2024 ຜ່ານມາ ສາມາດຜະລິດແປ້ງມັນຕົ້ນ ໄດ້ທັງໝົດ 152.000 ໂຕນຄິດເປັນມູນຄ່າ 263 ຕື້ກີບ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາຕໍ່ໂຮງ ງານເຊກອງວາຍ ໃຫ້ເລັ່ງໃສ່ການພັດທະນາພື້ນຖານໂຄງລ່າງ ໂດຍ ສະເພາະ ເສັ້ນທາງເຂົ້າໂຮງງານ, ຊຸດປ້ອງກັນຂອງພະນັກງານທີ່ດຳ ເນີນການຜະລິດ, ການປັບປຸງສະຖານທີ່, ຂອດການບໍລິການ ແລະ ການຄັດເລືອກເອົາໝາກໄມ້ຊະນິດຕ່າງໆມາຜະລິດເປັນວາຍ ຕ້ອງໃຫ້ໄດ້ຄຸນນະພາບ ເພື່ອເຮັດໃຫ້ຜະລິດຕະພັນ ເປັນທີ່ນິຍົມ ແລະ ສືບຕໍ່ຂະຫຍາຍຕົວຍິ່ງຂຶ້ນ. ສ່ວຍບໍລິສັດ ໂຮງງານປຸງແຕ່ງແປ້ງມັນຕົ້ນ ແມ່ນໃຫ້ເອົາໃຈໃສ່ຊຸກຍູ້ ແລະ ຈັດສັນເນື້ອທີ່ການຜະລິດມັນຕົ້ນຂອງປະຊາຊົນ ລວມເຖິງການສະໜອງແນວພັນ, ການຄໍ້າປະກັນລາຄາ, ການຊອກຕະຫລາດຮອງຮັບ, ໃຫ້ຄົນຄວ້າສ້າງພະລັງງານໄຟຟ້າແສງຕາເວັນ. ທັງນີ້, ກໍເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຕາມເປົ້າໝາຍແຜນການທີ່ວາງໄວ້, ຄຽງຄູ່ກັນນີ້ແມ່ນໃຫ້ອະນຸລັກຮັກສາປ່າໄມ້, ບໍ່ໃຫ້ບຸກລຸກເຂດປ່າປ້ອງກັນ, ປ່າສະຫງວນ ເພື່ອປະຕິບັດຕາມທິດສີຂຽວ ຂອງລັດຖະບານ ກໍຄື ການຮັກສາປ່າໄມ້ ໃຫ້ໄດ້ກວມເຖິງ 70% ຂອງພື້ນທີ່ໃນທົ່ວປະເທດ.
ພ້ອມນີ້, ການນໍາແຂວງເຊກອງ, ການນໍາເມືອງ ໃຫ້ເອົາໃຈໃສ່ຂອດການລົງທຶນ ໃຫ້ປະຕິບັດໄປຕາມທິດຊີ້ນຳຂອງກົມການ ເມືອງສູນກາງພັກ ແລະ ລັດຖະບານ ເພື່ອຄຸ້ມຄອງການລົງທຶນໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ, ພ້ອມທັງເອົາໃຈໃສ່ດຶງດູດ ແລະ ຍາດແຍ່ງເອົາການລົງທຶນໃຫ້ຫລາຍຂຶ້ນ.
ຂ່າວ: ອັດສະວິນ






