ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າປາງທອ ງຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 11 ມີນາ 2025 ທີ່ສະໂມສອນຂອງເມືອງທ່າປາງທອງ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກ ຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ບົວສອນ ມະຫາວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພາຍໃຕ້ການປະທານກອງປະຊຸມໃຫຍ່ຂອງ ສະຫາຍ ອິນຕອນ ລືຄຳຫານ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງທ່າປາງທອງ, ເຂົ້າຮ່ວມມີສະຫາຍ ໂພໄຊ ໄຂຄໍາພິທູນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການຈາກແຂວງ ແລະ 13 ເມືອງ 1 ນະຄອນພາຍໃນແຂວງ, ບັນດາເມືອງອ້ອມຂ້າງທີ່ຕິດຈອດຈາກແຂວງສາລະວັນ, ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ແລະ ຜູ້ແທນສົມບູນຈຳນວນ 145 ສະຫາຍ, ຍິງ 17 ສະຫາຍ ເຂົ້າຮ່ວມ
ສະຫາຍ ອິນຕອນ ລືຄຳຫານ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງທ່າປາງທອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການວ່າ: ຕະຫຼອດການກະກຽມກອງປະຊຸມໃຫຍ່, ບັນດາສະຫາຍສະມາຊິກພັກ-ພະນັກງານແລະປະຊາຊົນ ບັນດາເຜົ່າພາຍໃນເມືອງທ່າປາງທອງ ຕ່າງກໍ່ເປັນເຈົ້າການແຂ່ງຂັນສ້າງຜົນງານປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ເຂົ້າຮ່ວມໃນຂະບວນການວຽກງານຕ່າງໆ ໂດຍສະເພາະແມ່ນການຍົກສູງຈິດໃຈເປັນເຈົ້າຂອງປະເທດຊາດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງເປັນຂະບວນຟົດຟື້ນ.
ໂອກາດນີ້ ສະຫາຍ ບຸນລ້ວນ ລີໄຊຍະລາດ ຮອງເລຂາພັກເມືອງກໍໄດ້ຜ່ານ ບົດລາຍງານການເມືອງໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າປາງທອງ ຄັ້ງທີ VIII ແມ່ນດໍາເນີນພາຍ ໃຕ້ຄໍາຂວັນທີ່ວ່າ: ເມືອງທ່າປາງທອງ ມີສອງອ່າງນໍ້າໃຫຍ່, ສຸມໃສ່ການຜະລິດ ປູກເຂົ້າ 2 ລະດູ, ຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ກາຍເປັນສິນຄ້າ, ພັດທະນາພື້ນຖານໂຄງລ່າງ, ສ້າງບ້ານໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສ້າງ ແລະ ຂະຫຍາຍຖານລາຍຮັບໃຫ້ມີຄວາມໝັ້ນຄົງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ຢ່າງມີປະສິດທິພາບ ຕາມທິດສີຂຽວ ແລະ ຍືນຍົງ. ທົ່ວເມືອງ ມີ 11 ຄະນະພັກຮາກຖານ, ມີ 90 ໜ່ວຍພັກ ເພີ່ມຂຶ້ນ 14 ໜ່ວຍພັກ, ຮັບຮອງເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 76 ໜ່ວຍພັກ ເທົ່າກັບ 85%, ຂະຫຍາຍສະມາຊິກ ພັກໃໝ່ໄດ້ 300 ສະຫາຍ ເຊິ່ງລວມສະມາຊິກພັກທັງໝົດມີ 1,300 ສະຫາຍ, ຍິງ 283 ສະຫາຍ, ໄດ້ສໍາເລັດມອບບັດສະມາຊິກພັກສົມບູນ ຫຼາຍກວ່າ 39%. ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນແຕ່ລະຂົງເຂດວຽກງານ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍການຖືເອົາການແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນບັນຫາສຳຄັນ ເຊິ່ງໄດ້ສຸມໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍ; ເສດຖະກິດຂອງເມືອງ ໄດ້ສືບຕໍ່ຂະຫຍາຍຕົວໃນລະດັບ 4.58%, ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 497 ຕື້ກວ່າກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 10,470,000 ກີບ (ສິບລ້ານສີ່ແສນເຈັດສິບພັນກີບ) ຫຼື ເທົ່າກັບ 476 ໂດລາສະຫະລັດຕໍ່ຄົນຕໍ່ປີ, ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ; ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 13.11 ຕື້ກີບ ລື່ນແຜນການ ກວ່າ 32%; ປະຕິບັດລາຍຈ່າຍງົບປະມານໄດ້ທັງໝົດ 10.44 ຕື້ກີບ, ທຽບໃສ່ແຜນການປະມານ 96%; ມີການລົງທຶນທັງໝົດ 149 ໂຄງການ ມູນຄ່າ 119.14 ຕື້ກີບ, ໃນນັ້ນ ໂຄງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ມີ 88 ໂຄງການ ມູນຄ່າ 84.9 ຕື້ກີບ. ພື້ນຖານໂຄງລ່າງ ແລະ ການບໍລິການຄົມມະນາຄົມໄດ້ຮັບການປັບປຸງ ແລະ ພັດທະນາມີຄຸນນະພາບດີຂຶ້ນ, ມີ 37 ບ້ານ ທີ່ມີລະບົບເສັ້ນທາງເຂົ້າເຖິງທຽວໄດ້ 2 ລະດູ ກວມຫຼາຍກວ່າ 88%; ຊົມໃຊ້ກະແສໄຟຟ້າ 46 ບ້ານ ປະມານ 93%. ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກທົ່ວເມືອງ ມີຄອບຄົວພົ້ນທຸກ 6,627 ຄອບຄົວ ເພີ່ມຂຶ້ນ 4,654 ຄອບຄົວ ກວມເອົາຫຼາຍກວ່າ 83%, ຄອບຄົວພັດທະນາ 5,117 ຄອບຄົວ ກວມຫຼາຍກວ່າ 68%, ມີບ້ານພົ້ນທຸກທັງໝົດ 37 ບ້ານ ເພີ່ມຂຶ້ນ 12 ບ້ານ ກວມເອົາຫຼາຍກວ່າ 75% ຂອງບ້ານທັງໝົດ, ເມືອງທ່າປາງທອງ ສາມາດບັນລຸໄດ້ຕາມແຜນສ້າງເປັນເມືອງພົ້ນທຸກ ໃນປີ 2024.
ໃນກອງປະຊຸມ ທ່ານ ບຸນຍົງ ຍົດສີຟອງ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງທ່າປາງທອງ ກໍໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຄັ້ງທີ VII (2020-2024) ແລະ ທິດທາງແຜນການ ຄັ້ງທີ IX (2025-2029), ມີການປະກອບຄຳຄິດຄຳເຫັນຈາກຕາງໜ້າ ປກຊ-ປກສ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດພັກ-ພະນັກງານ ແລະ ຕາງໜ້າຄອບຄົວຕົວແບບການປູກຝັງ-ລ້ຽງສັດ






