ໃນຕອນເຊົ້າວັນທີ 11 ມີນາ 2025 ທີ່ສະໂມສອນໃຫຍ່ຂອງເມືອງ, ພາຍໃຕ້ການເປັນປະທານ ແລະ ກ່າວໄຂກອງປະຊຸມໂດຍສະຫາຍ ໄກສອນ ຈັນສີນາ ກໍາມະການພັກແຂວງ ເລຂາພັກເມືອງໄຊຈໍາພອນ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລະຫານງານພັກແຂວງບໍລິຄໍາໄຊ, ມີຄະນະຕິດຕາມ – ຊຸກຍູ້ ການດໍາເນີນກອງປະຊຸມໃຫຍ່ຂັ້ນແຂວງ, ແຂກຖືກເຊີນຈາກບັນດາເມືອງອ້ອມຂ້າງ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ 95 ສະຫາຍ ຍິງ 10 ສະຫາຍ.
ກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ ແມ່ນຈະດໍາເນີນໄປເປັນເວລາ 1 ວັນເຄິ່ງ ເຊິ່ງຈະໄດ້ຕີລາຄາຄືນ ຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 3 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 2 ທີອົງຄະນະພັກເມືອງແຕ່ລະຂັ້ນສາມາດຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ຕະຫຼອດໄລຍະ 5 ປີຜ່ານມາ ວຽກງານການພັດທະນາເສດຖະກິດ-ສັງຄົມ, ຄະນະພັກໄດ້ຊຸກຍູ້-ສົ່ງເສີມທຸກກໍາລັງແຮງພາຍໃນເມືອງ ໂດຍອີງໃສ່ເງື່ອນໄຂ, ຈຸດພິເສດ-ທ່າແຮງບົ່ມຊ້ອນຂອງເມືອງ ສຸມທຶນຮອນເຂົ້າໃນການພັດທະນາພື້ນຖານໂຄງລ່າງເພື່ອຮັບໃຊ້ໃຫ້ແກ່ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກ ເຊິ່ງໄດ້ເຮັດໃຫ້ເສດຖະກິດຂອງເມືອງ ຂະຫຍາຍຕົວໃນລະດັບສະເລ່ຍ 2.63% ຕໍ່ປີ, ລວມຍອດມູນຄ່າເພີ່ມຜະລິດຕະພັນພາຍໃນ ( LDP ) ປີ 2024 ປະຕິບັດໄດ້ 167,19 ຕື້ກີບ ເທົ່າກັບ 145%; ສະເລ່ຍຕໍ່ຫົວຄົນ 669.20 ໂດລ່າ ຕໍ່ຄົນຕໍ່ປີ, ໃນນີ້ ຂະແໜງກະສິກໍາກວມ 67.99%, ຂະແໜງອຸດສາຫະກໍາກວມ 14.48%, ຂະແໜງການບໍລິການກວມ 17.53% ແລະ ລະດົມແຫຼ່ງທຶນເຂົ້າໃສ່ການພັດທະນາໄດ້ 4.12% ຂອງ ( LDP ) ພ້ອມນີ້ໃນວາລະດໍາເນີນກອງປະຊຸມດັ່ງກ່າວ ຕາງໜ້າຂົງເຂດວຽກງານໃນແຕ່ລະດ້ານຍັງຈະໄດ້ມີຄໍາເຫັນ ເພື່ອຕີລາຄາຄືນຕໍ່ກັບຜົນສໍາເລັດຂອງກອງປະຊຸມໃນໄລຍະຜ່ານມາ ແລະ ຜູ້ແທນສົມບູນຍັງຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ວຽກງານໃຫ້ມີຜົນສໍາເລັດໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາຈາກ ສະຫາຍ ສອນທະນູ ທໍາມະວົງ ເພື່ອເປັນທິດຊີ້ນໍາ ໃຫ້ຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ໃຫ້ມີສະຕິເຊີດຊູ້ຕໍ່ຄວາມຮັບຜິດຊອບສູງ ພ້ອມທັງນໍາເອົາຜົນສໍາເລັດຂອງກອງປະຊຸມດັງກ່າວ ນໍາໄປຈັດຕັ້ງຜັນຂະຫຍາຍກ້າວສູ່ລວງເລິກ ເຂົ້າສູ່ວຽກງານຕົວຈິງຢ່າງມີຜົນສໍາເລັດໃນຕໍ່ໜ້າ ຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 4 ຂອງອົງຄະນະພັກເມືອງໄດ້ວາງໄວ້.
ຂ່າວ-ພາບ: ຄຳຟອງ




