ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ປຶກສາຫາລື ແລະຊີ້ແຈງບາງເນື້ອໃນ ກ່ຽວກັບການປັບປຸງຮ່າງຂໍ້ຕົກລົງເຈົ້າແຂວງຄຳມ່ວນ.

Mar 11, 2025

ໃນວັນທີ 11 ມີນາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມ ປຶກສາຫາລື ແລະຊີ້ແຈງບາງເນື້ອໃນ ກ່ຽວກັບການປັບປຸງຮ່າງຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ຈຳນວນ 3 ສະບັບຕາມການປະກອບຄຳຄິດ-ຄຳເຫັນ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ກ່ອນຈະນຳສະເໜີລົງລາຍເຊັນມະຕິຮັບຮອງ, ໂດຍການເປັນປະທານຂອງທ່ານ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ພະແນກການທີ່ກ່ຽວຂ້ອງ, ຄະນະເລຂາທິການ ແລະ ຫົວໜ້າ/ຮອງຫົວໜ້າຂະແໜງການເຂົ້າຮ່ວມ. ຮ່າງນິຕິກຳໃຕ້ກົດໝາຍທີ່ນຳມາຄົ້ນຄວ້າໃນຄັ້ງນີ້ປະກອບມີ: ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ອະນຸລັກພູຫີນຄັນນາ ເມືອງທ່າແຂກ; ຮ່າງຂໍ້ຕົກລົງວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ; ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລັດຖະກອນຄູ ແລະ ນັກຮຽນ ພາຍໃນແຂວງຄຳມ່ວນ.