ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງ ແບບຍືນຍົງ, ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ຢູ່ເມືອງນານ ແຂວງຫລວງພະບາງ ໃນວັນທີ 11 ມີນາ 2025 ນີ້ ໂດຍມີທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງໆຫລວງພະບາງ ພ້ອມດ້ວຍການນໍາຂັ້ນແຂວງ-ເມືອງ, ທີມງານປະສານງານໂຄງການ ແລະ ກຸ່ມກະສິກອນ ໃຫ້ການຕ້ອນຮັບ.
ການເຄື່ອນໄຫວຄັ້ງນີ້, ຄະນະດັ່ງກ່າວ ໄດ້ຢ້ຽມຢາມກິດຈະກໍາພາກສະໜາມ ຂອງໂຄງການ ເປັນຕົ້ນ ລະບົບຊົນລະປະທານນໍ້າແສງ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະການຄຸ້ມຄອງອ່າງໂຕ່ງ ແບບຍືນຍົງ ລວມທັງການປູກຖົ່ວດິນ ຂອງກຸ່ມກະສິກອນບ້ານນາເຄີນ ແລະ ບ້ານທາດ ໂດຍການຊຸກຍູ້ຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ.
ໂອກາດນີ້, ທ່ານ ສັນຍາ ຊຸມພົນພັກດີ ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫລວງພະບາງ ທັງເປັນຜູ້ປະສານງານໂຄງການຂັ້ນແຂວງ ໄດ້ລາຍງານວ່າ: ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງ ແບບຍືນຍົງ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ປີ 2019 ໂດຍສອດຄ່ອງຕາມສັນຍາການລົງທຶນຂອງລັດ, ປັດຈຸບັນ ໄດ້ສຳເລັດກໍ່ສ້າງຊົນລະປະທານນໍ້າແສງ ແລະ ມອບຮັບຢ່າງເປັນທາງການ, ເຊິ່ງສາມາດສະໜອງນ້ຳໃຫ້ 14 ບ້ານ ພາຍໃນເມືອງນານ.
ສ່ວນກຸ່ມປູກຖົ່ວດິນ ຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2022 ມີສະມາຊິກ 40 ຄອບຄົວ ໃນບ້ານນາເຄີນ ແລະບ້ານທາດ, ຜ່ານການປູກຖົ່ວດິນ ຮອບວຽນ 1 ແລະ ຮອບວຽນ 2 ມີເນື້ອທີ່ 13 ກວ່າເຮັກຕາ, ໄດ້ຮັບຜົນຜະລິດຫລາຍກວ່າ 52 ໂຕນ, ຂາຍໄດ້ 545 ລ້ານກວ່າກີບ ໂດຍມີສິ່ງອຳນວຍຄວາມສະດວກໃຫ້ແກ່ກຸ່ມຜະລິດ ກໍຄືມີລະບົບນໍ້າບາດານ, ໃຊ້ໄຟຟ້າແສງຕາເວັນ, ມີອຸ່ງເກັບນໍ້າ ແລະ ຝາຍນໍ້າລົ້ນ, ມີລະບົບກອງທຶນກຸ່ມຜະລິດ ໂດຍເກັບເງິນຈາກສະມາຊິກກຸ່ມ ຫລັງຈາກຂາຍຜົນຜະລິດ 100.000 ກີບຕໍ່ຄອບຄົວຕໍ່ປີ, ປັດຈຸບັນ ກຸ່ມຜະລິດມີເງິນກອງທຶນ 6 ລ້ານກີບ. ພາຍຫລັງໄດ້ຮັບໂຄງການຊ່ວຍເຫລືອ ເຮັດໃຫ້ຊີວິດການເປັນຢູ່ ຂອງກະສິກອນເມືອງນານ ມີການພັດທະນາດີຂຶ້ນ.
ໂອກາດດຽວກັນ, ທ່ານ ລິນຄໍາ ດວງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບການຈັດຕັ້ງປະຕິບັດຂອງ 2 ໂຄງການ ພ້ອມທັງເນັ້ນໃຫ້ທຸກພາກສ່ວນ ສືບຕໍ່ພັດທະນາບັນດາວຽກງານທີ່ກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກແກ່ກະສິກອນຜູ້ຜະລິດ ລວມທັງບັນດາຫົວໜ່ວຍທຸລະກິດ ໃນການເກັບຊື້ຜົນຜະລິດ ແລະ ການສະໜອງນໍ້າຊົນລະປະທານ ສູ່ການຜະລິດກະສິກໍາຂອງກະສິກອນ ຢ່າງພຽງພໍ ໃນເຂດເປົ້າໝາຍ ແລະ ໃຫ້ຄອບຄົວເປົ້າໝາຍ ໄດ້ເຂົ້າເຖິງການຊົມໃຊ້ ມີຜົນປະໂຫຍດສູງສຸດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ຂຶ້ນດີກວ່າເກົ່າ.
ຂ່າວ-ພາບ: ທະນູສີນ ອິດທິພົນ





