ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທົ່ວເມືອງໂພນທອງ ສ້າງທາງເບຕົງ ຍາວ 13,77 ກິໂລແມັດ ມູນຄ່າ 11,95 ຕື້ກີບ

Mar 11, 2025

ທ່ານ ພອນທິບ ສຸລິຍະການ ເລຂາໜ່ວຍພັກ ຫົວໜ້າຫ້ອງການ ຍທຂ ເມືອງໂພນທອງ ໃຫ້ສຳພາດວ່າ: ການພັດທະນາພື້ນຖານໂຄງລ່າງ ໄດ້ຮັບການຍົກລະດັບ ແລະ ມີການຂະຫຍາຍຕົວຢ່າງກວ້າງຂວາງ ເຮັດໃຫ້ຕາໜ່າງຄົມມະນາຄົມເພີ່ມຂຶ້ນຢ່າງໄວວາ
ອັນພົ້ນເດັ່ນ ໃນ 5 ປີຜ່ານມາ ຂະແໜງໂຍທາທິການ ແລະ ຂົນສົ່ງ ເມືອງໂພນທອງ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກເມືອງ ເຮັດໃຫ້ການຍາດແຍ່ງທຶນຮອນ ເພື່ອພັດທະນາພື້ນຖານໂຄງລ່າງໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຢ່າງໜ້າເພີ່ງພໍໃຈ ເປັນຕົ້ນແມ່ນການກໍ່ສ້າງ-ສອມແປງຂົວ-ທາງ, ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມຂອງ, ການກໍ່ສ້າງລະບົບລະບາຍນໍ້າໃນຕົວເມືອງ ລວມທັງໝົດ 26 ໂຄງການ ມູນຄ່າ 474,60 ຕື້ກີບ.
ອັນທີ່ໜ້າສັນລະເສີນແມ່ນການຈັດຕັ້ງປະຕິບັດຕາມທິດຊີ້ນໍາທີ່ວ່າ: “ລັດກັບປະຊາຊົນຮ່ວມກັນພັດທະນາ”. ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງປະຊາຊົນເຂົ້າໃນການພັດທະນາ, ບູລະນະປົກປັກຮັກສາເສັ້ນທາງ ໄດ້ນັບມື້ເພື່ມຂຶ້ນ ແລະ ຕໍ່ເນື່ອງ ເຮັດໃຫ້ການນໍາໃຊ້ເສັ້ນທາງຄົມມະນາຄົມຂອງປະຊາຊົນບັນດາເຜົ່າທົ່ວເຖິງ, ຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ອັນທີ່ພົ້ນເດັ່ນ ແມ່ນປະຊາຊົນບ້ານໜອງໄຮໂຄກ, ໂພນທອງ,ໂພນໃຫ່ຍ, ໃໝ່, ໂນນຄູນ, ຝັ່ງແດງ, ໂນນກຸງ, ບຸ່ງແກ, ແກ້ງຍາວ, ທ່າໃຫ່ຍ, ສອງຄອນ, ປ້ອງ, ໜອງດົງ, ດອນຈິກອຸສຸ, ວັງເຕົ່າ, ດົງຍາງ, ພະລິງ, ໝໍ້, ດອນຕະແບງ, ກຸງ, ຈິກ, ໜອງເມັກ, ໂນນສະຫວັນ, ໂພໄຊ, ສະເຫຼົ້າ, ຫ້ວຍເພັກ, ທ່າຫຼວງ, ວັດຫໍພະແກ້ວ ແລະ ບ້ານຄັນແຍງ ໄດ້ປະກອບສ່ວນທຶນຮອນຂອງຕົນ ເຂົ້າໃນການກໍ່ສ້າງເສັ້ນທາງເບຕົງທາງຊອຍບ້ານ ຍາວ 13,77 ກິໂລແມັດ ມູນຄ່າ 11,95 ຕື້ກີບ ແລະ ກໍ່ສ້າງສ້ອມແປງຂົວ ຍາວ 290 ແມັດ ມູນຄ່າ 7,10 ຕື້ກີບ. ສະນັ້ນ, ການລະດົມທຶນຈາກປະຊາຊົນ ແລະ ທ້ອນໂຮມໄວ້ຂອງໜ່ວຍງານ ຍທຂ ຂັ້ນບ້ານແຕ່ລະບ້ານ ເພື່ອໃຊ້ເຂົ້າໃນການບູລະນະ, ປົກປັກຮັກສາເສັ້ນທາງໃນແຕ່ລະປີ ເຫັນໄດ້ວ່າມີຄວາມສໍາຄັນ ແລະ ຜົນດີຫຼາຍສົມຄວນ ເຊິ່ງສາມາດແກ້ໄຂສ້ອມແປງເສັ້ນທາງທີ່ເປ່ເພໄດ້ທ່ວງທັນເວລາ ແລະ ກໍເປັນອີກສິ່ງໜຶ່ງທີ່ຊ່ວຍຫຼຸດຜ່ອນງົບປະມານຂອງລັດລົງພໍສົມຄວນ.
ພ້ອມນີ້ໃນຕໍ່ໜ້າໜ່ວຍພັກຫ້ອງການ ຍທຂ ເມືອງໂພນທອງ ຕ້ອງໄດ້ເພີ່ມທະວີໃນການຄົ້ນຄວ້າ, ປຸກລະດົມການມີສ່ວນຮ່ວມ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ໃຫ້ລົງຮອດທ້ອງຖິ່ນຮາກຖານຫຼາຍຂຶ້ນກວ່າເກົ່າ
ທົ່ວເມືອງໂພນທອງ ມີເສັ້ນທາງທັງໝົດ 138 ເສັ້ນ ຍາວ 465,76 ກິໂລແມັດ ທຽບໃສ່ໄລຍະດຽວເພີ່ມຂຶ້ນ 68 ເສັ້ນ ຍາວ 62,39 ກິໂລແມັດ ເຊິ່ງໄດ້ເຮັດໃຫ້ການບໍລິການຢູ່ຮາກຖານທ້ອງຖິ່ນມີຄວາມສະດວກ, ຄຸນນະພາບການດໍາລົງຊີວິດຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ.
ຂ່າວ: ສະຖານີວິທະຍຸແຂວງຈຳປາສັກ