ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສດຖະກິດ ເມືອງໂພນໂຮງ ຂະຫຍາຍຕົວ 5,7% ຕໍ່ປີ

Mar 11, 2025

ໃນໄລຍະ 5 ປີຜ່ານມາ, ເສດຖະກິດທົ່ວເມືືອງໂພນໂຮງ ແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 5,7% ຕໍ່ປີ ເທົ່າກັບ 95% ຂອງແຜນການປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 35 ລ້ານກວ່າກີບຕໍ່ຄົນຕໍ່ປີ.
ສະຫາຍ ບຸນມີ ອິນທະວົງ ຮອງເລຂາພັກເມືອງ ໄດ້ລາຍງານ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໂຮງ ຄັ້ງທີ VIII ໃນວັນທີ 10 ມີນາ 2025 ວ່າ: ພາຍໃຕ້ການນຳພາ-ຊີ້ນຳ ຂອງອົງຄະນະພັກ ເມືອງໂພນໂຮງ ແຂວງວຽງຈັນ ໃນໄລຍະ 5 ປີຜ່ານມາ ໄດ້ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ທົ່ວເມືອງມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ໃນນີ້, ຂະແໜງກະສິກຳຂະຫຍາຍຕົວສະເລ່ຍ 4,38%, ກວມເອົາ 24,4% ຂອງລາຍຮັບພາຍໃນເມືອງ (GO) ທຽບໃສ່ 5 ປີເພີ່ມຂຶ້ນ 1,9%, ການຜະລິດເຂົ້າໃນເນື້ອທີ່ 42.702 ກວ່າເຮັກຕາ ຜົນຜະລິດໄດ້ 181.572 ໂຕນ, ສະໜອງຊີ້ນ-ປາ ແລະ ໄຂ່ໄດ້ 3.755 ໂຕນຕໍ່ປີ, ແລະ ການຜະລິດພືດຕ່າງໆໄດ້ 136,322 ໂຕນ. ເດັ່ນກວ່າໝູ່ແມ່ນມັນຕົ້ນ, ໝາກໂມ, ໝາກຖົ່ວ ແລະ ໝາກມາລະ. ສຳລັບອຸດສາຫະກຳຂະຫຍາຍຕົວສະເລ່ຍ 5,79% ກວມເອົາ 30,50% ຂອງຍອດລາຍຮັບພາຍໃນເມືອງ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 0,68%, ຜະລິດພະລັງງານໄຟຟ້າໄດ້ 63.180 ກິໂລໂວນ, ສະໜອງພະລັງງານໄຟຟ້າໄດ້ 189,88 ລ້ານກິໂລວັດໂມງ ເທົ່າກັບ 88,93% ຂອງແຜນການ, ມີໝໍ້ນັບໄຟ 24.512 ໜ່ວຍ, ທຽບໃສ່ 5 ປີ ເພີ່ມຂຶ້ນ 6.233 ໜ່ວຍ ແລະ ທຸກບ້ານມີໄຟຟ້າໃຊ້ຖາວອນ 100%, ຂຸດຄົ້ນຫີນກາວໄດ້ 79.800 ໂຕນ ມູນຄ່າ 1,04 ລ້ານໂດລາສະຫະລັດ ລື່ນແຜນ 15,26%, ຂະແໜງບໍລິການ ຂະຫຍາຍຕົວ 6,93% ກວມເອົາ 45,10% ຂອງລວມຍອດລາຍຮັບພາຍໃນເມືອງ ທຽບໃສ່ 5 ປີ ຫລຸດລົງ 2,58%, ການຂາຍຍົກ-ຂາຍຍ່ອຍໄດ້ 578,29 ຕື້ກີບ ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 13,16%. ມູນຄ່າສົ່ງອອກໄດ້ 81,85 ຕື້ກີບ, ລື່ນແຜນການ 4 ເທົ່າໂຕ ແລະ ການນຳເຂົ້າໄດ້ 809,26 ຕື້ກີບ, ເທົ່າກັບ 40,45% ຂອງແຜນການ. ມີນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວ 54.977 ເທື່ອຄົນ, ສາມາດກະຈາຍລາຍຮັບທົ່ວ ສັງຄົມ 15,11 ຕື້ກີບ, ລື່ນແຜນການ 40% ແລະ ການບໍລິການຂົນສົ່ງສິນຄ້າ ປະຕິບັດໄດ້ 222.650 ໂຕນ, ເທົ່າກັບ 75.34% ຂອງແຜນການ ແລະ ການຂົນສົ່ງໂດຍສານໄດ້ 36.500 ເທື່ອຄົນ, ເທົ່າກັບ 76,15% ຂອງແຜນການ, ເກັບລາຍຮັບເຂົ້າງົບປະມານໄດ້ 38,86 ຕື້ກີີບ, ລື່ນແຜນການ 7,55% ແລະ ການຄຸ້ມຄອງລາຍຈ່າຍຢູ່ໃນລະດັບ 38,86 ຕື້ກີບ, ເທົ່າກັບ 100% ຂອງແຜນການ, ລາຍຮັບເຂົ້າງົບປະມານໄດ້ 38,86 ຕື້ກີບ, ລື່ນແຜນການ 7,55% ແລະ ການຄຸ້ມຄອງລາຍຈ່າຍຢູ່ໃນລະດັບ 38,86 ຕື້ກີບ ເທົ່າກັບ 100% ຂອງແຜນການ.
ສ່ວນການລະດົມທຶນເພື່ອພັດທະນາໄດ້ 327,04 ຕື້ກີບ ເທົ່າກັບ 33,7% ຂອງແຜນການ ໃນນີ້, ການລົງທຶນຂອງລັດໄດ້ 86,91 ຕື້ກີບ ເທົ່າກັບ 45,8% ຂອງແຜນການ, ກວມເອົາ 26,58% ຂອງທຶນທັງໝົດ, ການຊ່ວຍເຫລືອທາງການເພື່ອການພັດທະນາ ໄດ້ 63,09 ຕື້ກີບ ກວມເອົາ 19,29% ຂອງທຶນທັງໝົດ ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ 177,04 ຕື້ກີບ, ລື່ນແຜນການ 9,91% ຂອງແຜນການ ກວມເອົາ 54,13% ຂອງທຶນທັງໝົດ.