ໃນວັນທີ 10 ມີນາ ຜ່ານມາ ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫົວໜ້າຄະນະຊີ້ນຳສູນກາງຜັນຂະຫຍາຍການລຶບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພໃນທົ່ວປະເທດ ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຂອງ ຄະນະຊີ້ນຳ ເພື່ອຕີລາຄາສະພາບການ, ໝາກຜົນປະຕິບັດໂຄງການ ແລະ ໜ້າທີ່ໃນໄລຍະຈະມາເຖິງ. ກອງປະຊຸມໄດ້ດຳເນີນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ແລະ ມີການເຊື່ອມຕໍ່ແບບທາງໄກກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.
ຂ່າວລະບຸວ່າ: ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການລຶບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພໃນທົ່ວປະເທດແມ່ນໂຄງການທີ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງຂອງພັກ, ລັດ; ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ, ການຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີ, ສະແດງໃຫ້ເຫັນຈິດໃຈສາມັກຄີທົ່ວປວງຊົນທັງຊາດ, ແມ່ນຄວາມຮັບຜິດຊອບຕໍ່ປະຊາຊົນ, ເປັນຕົ້ນແມ່ນຜູ້ມີຄວາມສ່ຽງສູງກວ່າໝູ່, ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຍູ້ແຮງຄວາມຄືບໜ້າ, ຕັດສິນໃຈຮອດວັນທີ 31 ຕຸລາ 2025 ປະຕິບັດສຳເລັດເປົ້າໝາຍລຶບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພໂດຍພື້ນຖານ. ເພື່ອປະຕິບັດໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງຕ້ອງຫັນແຫຼ່ງກຳລັງປະຕິບັດໂຄງການເປັນຫຼາຍຮູບແບບ, ພິເສດແມ່ນບັນດາທ້ອງຖິ່ນນຳໜ້າດ້ານເສດຖະກິດຄື: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ບັກນິງ, ກ໋ວາງນິງ, ດົ່ງນາຍ. ຄວນໜູນຊ່ວຍບັນດາທ້ອງຖິ່ນທີ່ຍັງປະສົບກັບຄວາມຫຍຸ້ງຍາກໃນການປະຕິບັດໂຄງການ.



