ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ລະຫວ່າງວັນທີ 17-20 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ.

Mar 11, 2025

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ລະຫວ່າງວັນທີ 17-20 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝວິ ສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມີນາ 2025 ທີ່ຫໍສະພາແຫ່ງຊາດວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບ ຮອງເອົາເນື້ອໃນສຳຄັນດັ່ງນີ້:
1. ບົດລາຍງານກ່ຽວກັບການປັບປຸງລັດຖະທໍາມະນູນ ສະບັບປີ 2025.
2. ບົດລາຍງານການປັບປຸງກົດໝາຍ ຈໍານວນ 2 ສະບັບ ຄື: ກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
3. ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານກົງຈັກຂອງລັດຖະບານ.
4. ບົດລາຍງານ ຂອງລັດຖະບານ ກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.
5. ມະຕິສະພາແຫ່ງຊາດ ຈໍານວນ 5 ສະບັບ ຄື:
1) ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025;
2) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນສະບັບປັບປຸງປີ 2025;
3) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນສະບັບປັບປຸງປີ 2025;
4) ມະຕິວ່າດ້ວຍການຮັບຮອງເອົາວຽກງານຂອງລັດຖະບານ;
5) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.
ໂອກາດນີ້ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ, ຂໍເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແລະ ຂໍແຈ້ງໃຫ້ບັນດາທ່ານຊາບວ່າໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນເພື່ອຮັບເອົາຄຳຄິດຄຳເຫັນແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະ ພາແຫ່ງຊາດ ເຊິ່ງບັນດາທ່ານສາມາດສົ່ງຄໍາຄິດຄໍາເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໂດຍຜ່ານໂທ ລະສັບ:
• ສາຍດ່ວນ: 156ໃນໂມງລັດຖະການ
• ອີເມວ: nalao.156@gmail.com
• App: Laona