ໃນລະຫວ່າງວັນທີ 11-12 ມີນາ 2025 ທີ່ ນະຄອນຫຼວງ ວຽງຈັນ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການບໍລິຫານກໍລະ ນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະ ນຸດ (CMM) ຄັ້ງທີ 4 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ.
ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ວຽກງານຕ້ານການຄ້າມະນຸດ ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການ ຮັບ-ສົ່ງ, ການຕິດຕາມຫຼັງການສົ່ງຜູ້ຖືກເຄາະຮ້າຍກັບຄືນສູ່ຄອບ ຄົວ ແລະ ສັງຄົມ ລວມທັງການຕິດຕາມການດຳເນີນຄະດີຄ້າມະ ນຸດຂອງທັງສອງປະເທດ, ທັງເປັນການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍໃຫ້ສອດຄ່ອງກັບນະໂຍບາຍແຫ່ງ ຊາດຂອງຕົນ ໃນການຮ່ວມມືກັນພາຍໃຕ້ກົດໝາຍ ແລະ ຂະບວນ ການຍຸຕິທໍາໃຫ້ແກ່ຜູ້ຖືກເຄາະຮ້າຍ ພ້ອມຮັບປະກັນການຮ່ວມມືກັນລະຫວ່າງສອງປະເທດ, ການນໍາໃຊ້ມາດຕະການຊ່ວຍເຫຼືອດ້ານກົດໝາຍຢ່າງກວ້າງຂວາງ ເພື່ອສະກັດກັ້ນ, ປາບປາມການຄ້າມະນຸດ, ການສົ່ງຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດກັບຄືນປະເທດ ແລະ ພູມລໍາເນົາ ໃຫ້ທັນເວລາ ແລະ ຕ້ອງຄໍານຶງເຖິງຄວາມປອດໄພ ແລະ ກຽດສັກສີຂອງຜູ້ຖືກເຄາະຮ້າຍ.
ກອງປະຊຸມຄັ້ງນີ້ຍັງໄດ້ລາຍງານຜົນການຈັດຕັ້ງປະຕິບັດຕໍ່ບົດບັນທຶກກອງປະຊຸມ ຄັ້ງທີ່ຜ່ານມາ ໃນການຮ່ວມມືກັນປົກ ປ້ອງ, ຊ່ວຍເຫຼືອ ແລະ ສົ່ງຜູ້ຖືກເຄາະຮ້າຍກັບຄືນປະເທດ, ໄດ້ລາຍງານຜົນການຕິດຕາມ ແລະ ການສົ່ງມອບເງິນຄ່າຕອບແທນໃນການດໍາເນີນຄະດີອາຍາຂອງກົມຄຸ້ມຄອງສິດ ແລະ ເສລີພາບຂອງຜູ້ຖືກເຄາະຮ້າຍ. ນອກນັ້ນ, ຍັງໄດ້ທົບທວນແຜນປະຕິບັດ ງານ ອີງຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍການຮ່ວມມືຕ້ານການຄ້າມະນຸດ ໄລຍະປີ 2023-2025 (POA) ແລະ ປຶກສາຫາລືການພັດທະນາແຜນປະຕິບັດງານ POA ໄລຍະ 2026-2028.
ທີ່ມາ: ຄວາມສະຫງົບລາວ






