ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທາງລົດໄຟ ຈີນ-ຫວຽດນາມ ຈະເພີ່ມພະລັງຂັບເຄື່ອນຢ່າງໃຫຍ່ ຫຼວງໃຫ້ແກ່ການເຊື່ອມໂຍງ-ເຊື່ອມຈອດກັນຂອງພາກພື້ນ ກໍຄື ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ

Mar 12, 2025

ເມື່ອ​ບໍ່​ດົນ​ມາ​ນີ້, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການລົງ​ທຶນກໍ່​ສ້າງ​ໂຄງການທາງ​ລົດ​ໄຟ​ລາວ​ກາຍ-ຮ່າ​ໂນ້ຍ-ໄຮ​ຟອງທີ່ເຊື່ອມຕໍ່ກັບທາງລົດໄຟຈີນ. ຕາມ​ຂ່າວ​ແຈ້ງໃຫ້ຮູ້ວ່າ: ທາງ​ລົດ​ໄຟ​ດັ່ງ​ກ່າວ​ ມີ​ແຜນ​ຈະ​ລົງ​ມື​ກໍ່​ສ້າງ​ໃນ​ທ້າຍ​ປີ​ນີ້ ແລະ ໄລ​ຍະ​ການ​ກໍ່​ສ້າງ​ຢູ່​ໃນ​ລະ​ຫວ່າງ​ປີ 2026 ຫາ 2030. ການ​ກໍ່​ສ້າງ​ໂຄງ ການທາງ​ລົດ​ໄຟ​ ຈີນ-ຫວຽດ​ນາມ ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຂະ​ໜາດ​ການ​ຄ້າ ລະຫວ່າງ​ຈີນ-ຫວຽດ​ນາມ​ ເເທົ່ານັ້ນ, ແຕ່ຍັງ​ຈະ​ເພີ່ມ​ການ​ເຊື່ອ​ມ​ໂຍງ​-ເຊື່ອ​ມ​ຈອດ​ກັນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ພາກ​ພື້ນ ກໍ​ຄື​ ການ​ສ້າງ​ປະ​ຊາ​ຄົ​ມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອາ​ຊຽນ​ ອີກ​ດ້ວຍ.
ອີງ​ຕາມ​ສື່ມວ​ນ​ຊົນ​ຫວ​ຽດ​ນາມ ​ລາຍ​ງານ​ວ່າ: ທາງ​ລົດ​ໄຟດັ່ງກ່າວມີຄວາມຍາວ​ທັງ​ໝົດ 391 ກິ​ໂລ​ແມັດ, ແລ່ນ​ຜ່ານ 9 ແຂວງ ແລະ ​ນະ​ຄອນ​ຂອງ​ຫວຽດ​ນາມ, ມູນ​ຄ່າ​ການ​ລົງ​ທຶນປະ​ມານ 8 ຕື້ 370 ລ້ານ​ໂດ​ລາ, ນຳ​ໃຊ້​ລ​າງ​ລົດ​ໄຟມາດຕະຖານທີ່ເປັນຂະ​ໜາດ 1,435 ແມັດ, ຄວາມ​ໄວທີ່​ອອກ​ແບບ​ແມ່ນ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ແລະ ຈະ​ປະ​ຕິ​ບັດ​ໜ້າ​ທີ່ໃນການຂົນ​ສົ່ງ​ຜູ້​ໂດຍ​ສານ ແລະ ສິນ​ຄ້າ. ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ຈີນ​ ແລະ ຫວຽດ​ນາມໄດ້​ແລກ​ປ່ຽນ​ຄວາມ​ເຫັນຮ່ວມກັນກ່​ຽ​ວ​ກັບ​ການ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ກັນ​ຂອງ​ທາງ​ລົດ​ໄຟ​ສອງ​ປະ​ເທດເຊິ່ງເຄີຍປຶກສາຫາລືກັນຜ່ານມາແລ້ວຫຼາຍ​ຄັ້ງ ໂດຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ ຈະເລັ່ງຈັດຕັ້ງປະຕິບັດວຽກງານສຳຫຼວດ​ຄວາມ​ເປັນ​ໄປ​ໄດ້ ແລະ ການ​ວາງ​ແຜນ​ໂຄງ​ການ​ທາງ​ລົດ​ໄຟ​ທີ່​ກ່ຽ​ວ​ຂ້ອງ. ຄາດ​ວ່າຫຼັງ​ຈາກ​ທາງ​ລົດ​ໄຟ​ສ້າງ​ສຳ​ເລັດ​ແລ້ວ ຈະ​ປົກ​ຄຸ​ມ​ປະ​ຊາ​ກອນ 20% ແລະ ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ 25,1% ຂອງ​ທົ່ວ​ປະ​ເທດ​ຫວຽດນາມ ແລະ ຈະຊ່ວຍ​ເພີ່ມລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຫວຽດນາມ ຂຶ້ນອີກ 25,4%, ພ້ອມ​ທັງ​ຈະປັບປຸງການຄົມມະນາຄົມໃນ​ການ​ສົ່ງ​ອອກ​ ແລະ ນໍາເຂົ້າສິນ​ຄ້າຂອງຫວຽດ ນາມໃຫ້ດີຂຶ້ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ພາບ​ໃນດ້ານການ​ຂົນ​ສົ່ງ​ຜ່ານທາງ​ລົດ​ໄຟ ທັງຊຸກ​ຍູ້​ການ​ພັດທະ​ນາເສດ​ຖະ​ກິດ-ສັງ​ຄົມຂອງຫວຽດນາມ.
ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ໃນ​ຂົງ​ເຂດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໄດ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ ແລະ ການ​ເລັ່ງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ ຈີ​ນ-ໄທ ຕ່າງ​ກໍ​ໄດ້​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​ການ​ເຊື່ອມ​ໂຍງ-​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ.
ໃນ​ຖາ​ນະ​ເປັ​ນ​ໂຄງ​ການ​ສັນ​ຍະລັກ​ຂອງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ ໄດ້ຊ່ວຍຍົກ ລະດັບດ້ານການຄົມມະນາຄົມ​ຂອງ​ລາວ​ໃຫ້​ດີ​ຂຶ້ນ​ແບບກ້າວກະ ໂດດ, ເຮັດ​ໃຫ້​ປະ​ເທດ​ລາວ​ຫັນ​ຈາກ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ” ​ກາຍ​ເປັນ “ປະ​ເທດ​​ເຊື່ອມ​ໂຍງ-ເຊື່ອມ​ຈອດ​ກັບ​ປະ​ເທດ​ອ້ອມ​ຂ້າງ ແລະ ພາກ​ພື້ນ”. ຫຼັງ​ຈາກ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ສາຍ​ນີ້​, ເວ​ລາ​ການ​ເດີນ​ທາງ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ ຫາ​ ຊາຍ​ແດນ​ລາວ-ຈີນ ໄດ້ຫຼຸດ​ລົງ​ຈາກ 2 ວັນເຫຼືອພຽງ 3,5 ຊົ່ວ​ໂມງ, ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາຍ​ແດນ​ລະຫວ່າງຈີນ-ລາວ​ກໍ​ໄດ້ຫຼຸດ​ລົງ​​ເຊັ່ນ​ກັນ. ນັບ​ແຕ່​ເປີດ​ການ​ນຳ​ໃຊ້​ເປັນ​ເວ​ລ​າ 3 ປີ​ມາ​ນີ້, ທາງ​ລົດ​ໄຟ​ ລາວ-ຈີນ​ ເບື້ອງ​ຢູ່​ປະ​ເທດ​ລາວ​ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 7 ລ້ານ 4 ແສນ​ເທື່ອ​ຄົນ ແລະ ຂົນ​ສົ່ງ​ສິ​ນ​ຄ້າຫຼາຍກວ່າ 4 ລ້ານ​ໂຕນ. ທາ​ງ​ລົດ​ໄຟ​ສາຍ​ນີ້​ຍັງ​ໄດ້​ຊຸກຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ໂດຍສະເພາະ​ການ​ທ່ອງ​ທ່ຽວ​ຢູ່​ລຽບ​ຕາມ​ເສັ້ນ​ທາງລົດໄຟດັ່ງກ່າວ ຄື: ໃນ​ປີ 2024, ລັດ​ຖະ​ບານ​ລາວ​ໄດ້​ວາງ​ຄາດ​ໝາຍດຶງດູດນັກ​ທ່ອງ​ທ່ຽວໃຫ້ໄດ້ 3 ລ້ານ​ເທື່ອ​ຄົນ. ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ​ ໄດ້​ປະກອບສ່ວນສໍາຄັນເຮັດໃຫ້​ເປົ້າ​ໝາຍ​ນີ້ບັນລຸຜົນເປັນຈິງ.
ການ​ກໍ່​ສ້າງ ແລະ ການ​ເປີດ​ນຳ​ໃຊ້​ຂອງ​ທາງ​ລົດ​ໄຟ ລາວ-ຈີນ ​ຍັງ​ໄດ້​ສ້າງ​ໂອ​ກາດການຫາວຽກເຮັດງານທຳຢ່າງຫຼວງຫຼາຍ​ໃຫ້​ແກ່​ປະ​ເທດ​ລາວ. ຍົກ​ຕົວ​ຢ່າງ​: ນັບ​ມາ​ຮອດ​ປີ 2024, ມີ​ຄົນ​ຂັບ​ລົດ​ໄຟ​ລາວ​ຈຳ​ນວນ 66 ຄົນ​ໄດ້​ຜ່ານ​ການ​ສອ​ບ​ເສັງ ແລະ ກາຍເປັນ​ຄົນ​ຂັບ​ລົດ​ໄຟ​ຊຸດ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ​ ຢ່າງ​ເປັນ​ທາງ​ການ. ນອກ​ນີ້, ທາງ​ລົດ​ໄຟ​ລາວ-ຈີນ​ຍັງສາມາດ​ເຊື່ອມ​ຕໍ່​ໄທ, ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ ປະ​ເທດ​ອື່ນ​ໆ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໂດຍ​ຜ່ານ “ທາງ​ລົດ​ໄຟ​ດ່ວນ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ+ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ” “ທາງ​ລົດ​ໄຟ​ລາວ-ຈີນ+ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ” ແລະ ຮູບ​ແບບ​ອື່ນໆ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັນ​ຂອງ​ເສດ​ຖະ​ກິດ​ໃນພາກ​ພື້ນ.
ຕາມ​ຂ່າວ​ແຈ້ງວ່າ: ທາງ​ລົດ​ໄຟ ​ຈີ​ນ-ໄທ​ ໄລ​ຍະທີ​ໜຶ່ງ (ບາງ ກອກ-ນະ​ຄອນ​ຣາ​ຊ​ສີ​ມາ) ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ ແລະ ເປີດ​ນຳ​ໃຊ້ຢ່າງເປັນທາງການ​ໃນ​ປີ 2028, ສ່ວນ​ໄລ​ຍະ​ທີສອງ (ນະ​ຄອນ​ຣາ​ຊ​ສີ​ມາ-ໜອງ​ຄາຍ) ກໍໄດ້​ຮັບ​ການ​ອະ​ນຸ​ມັດ​ໃນ​ເດືອນ​ກຸມ​ພາ​ປີ 2025 ແລະ ຄາດ​ວ່າ​ຈະ​ສຳ​ເລັດ​ການ​ກໍ່​ສ້າງ​ໃນ​ປີ 2031; ເມື່ອຮອດເວລານັ້ນ ຈະເຮັດໃຫ້ເວ​ລາ​ໃນການ​ເດີນ​ທາງ​ຈາກ​ນະ​ຄອນຫຼວງບາງກອກ​ຫາ ນະ​ຄອນ​ຣາ​ຊ​ສີ​ ຫຼຸດລົງຈາກ 4 ຊົ່ວ​ໂມງເຫຼືອງພຽງ 1 ຊົ່ວ​ໂມງ;
ພາຍຫຼັງ​ທາງ​ລົດ​ໄຟ​ຈີນ-ໄທ​ ໄດ້ຮັບການກໍ່ສ້າງ​ ແລະ ເຊື່ອມ​ຕໍ່ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ສຳ​ເລັດແລ້ວ ຈະ​ກາຍ​ເປັນ “ເສັ້ນ​ທາງ​ຄຳດ້າການຂົນສົ່ງ” ​ທີ່​ເຊື່ອມ​ຕໍ່​ນະ​ຄອ​ນ​ຄຸນ​ໝິງ​ຂອງຈີນ, ນະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ ແລະ ນະ​ຄອນຫຼວງບ​າງກອກ​ຂອງ​ໄທ, ທັງຈະປະກອບສ່ວນຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ໃນພາກ​ພື້ນຕື່ມອີກ.
ສໍາລັບ ທາງ​ລົດ​ໄຟ​ ຈີນ-ຫວຽດ​ນາມ, ໃນ​ອະ​ນາ​ຄົດຍັງ​ສາ​ມາດ​ເຊື່ອມ​ຕໍ່​ກັບທາງ​ລົດ​ໄຟ ​ລາວ-ຈີນ ແລະ ທາງ​ລົດ​ໄຟ​ຈີນ-ໄທ ເຊິ່ງຈະເປັນການບັນ​ລຸແນວ​ຄິດ​ທີ່​ເຮັດ​ໃຫ້​ທາງ​ລົດ​ໄຟ​ຢູ່​ອາຊີເຊື່ອມ​ຈ​ອດ​ກັນ. ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່​ກັນ​ຂອງ​ເຄືອ​ຂ່າຍ​ທາງ​ລົດ​ໄຟ ຈະເຮັດໃຫ້ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ລວມເຖີງການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ມີຄວາມສະດວກສະບາຍກວ່າເກົ່າ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ ກັນ​ຂອງ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ; ​ຂະ​ນະ​ດ​ຽວ​ກັນ​ ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ດ້ານການ​ຄ້າ​ ລະຫວ່າງ ຈີນ-ຫວຽດ​ນາມ, ​ຈະເປັນການ​ປະ ກອບສ່ວນສໍາຄັນໃນການສ້າງ​ໂອ​ກາດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ໃຫ້ຫຼາຍຂຶ້ນກວ່າ​ເກົ່າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ສ້າງ​ປະ​ຊາ​ຄົ​ມ​ຮ່ວມ​ຊາ​ຕາ​ກຳ ຈີນ-ອາ​ຊຽນ ​ໃຫ້ນັບມື້​ແໜ້ນ​ແຟ້ນຂຶ້ນກວ່າ​ເກົ່າ.
ທີ່ມາ: CMG