ວັນທີ 10 ມີນາ 2025 ຜ່ານມາ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານຮອງເຈົ້າແຂວງ ແລະ ຂະແໜງການກ່ຽວຂ້ອງ ລົງເຄື່ອນໄຫວກວດກາຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ປັບປຸງ ເສັ້ນທາງໃນເຂດເທສະບານ ເມືອງ ທ່າແຂກ.
ການລົງເຄື່ອນໄຫວຄັ້ງນີ້ປະກອບມີ: ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ແຕ່ໄຟແດງທາງ 13 ໃຕ້ ຫາ ສົ້ນສຸດທາງເບຕົງຮ້ານຈ່ອຍເຄື່ອງເຢັນມີລວງຍາວ 387 ແມັດ, ກວ້າງ 23.20 ແມັດ, ໃນນີ້ຄວາມກວ້າງໜ້າທາງເບຕົງເສີມເຫຼັກເບື້ອງລະ 9 ແມັດ ໜາ 23 ຊມ, ຄູກາງກວ້າງ 1.20 ແມັດ, ຮ່ອງລະບາຍນໍ້າແບບປິດ+ທາງຍ່າງສະເລ່ຍກວ້າງເບື້ອງລະ 2 ແມັດ, ປະກອບມີງົບປະມານຂອງແຂວງຈໍານວນ: 10 ຕື້ກວ່າກີບ ແລະ ເງິນສົມທົບຂອງໂຄງການປັບປຸງ ແລະ ສ້ອມແປງທາງ 13ໃຕ້ ມູນຄ່າ 82,000 ໂດລາສະຫະລັດ. ຮັບເໝົາໂດຍບໍລິສັດລັດວິສາຫະກິດກໍ່ສ້າງທາງເລກ 8 ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 30 ທັນວາ 2024 ຮອດປະຈຸບັນສໍາເລັດການກໍ່ສ້າງຮ່ອງລະບາຍນໍ້າເບຕົງເສີມເຫຼັກແບບປິດໂຕ U ສອງຂ້າງທາງ ແລະ ປູເບຕົງໜ້າທາງສໍາເລັດ 1 ເບື້ອງ ຄວາມຄືບໜ້າທັງໝົດ 62.35%. ສໍາລັບການເທເບຕົງໜ້າທາງຄາດວ່າຈະໃຫ້ສໍາເລັດ ແລະ ນໍາໃຊ້ກ່ອນບຸນປີໃໝ່ລາວ.
ໂຄງການກໍ່ສ້າງທາງເບຕົງຊອຍລຽບຕາມເຮືອນ ທ່ານ ໄທຍະພອນ ຫາ ທາງເບຕົງຂົວຫ້ວຍສະຄາມ ຫາ ທາງ 5804, ລວງຍາວ 393 ແມັດ, ໜ້າທາງປູດ້ວຍເບຕົງເສີມເຫຼັກກວ້າງ 6 ແມັດ, ໜາ 20 ຊມ ມີຮ່ອງລະບາຍນໍ້າເບຕົງເສີມເຫຼັກແບບປິດໂຕ U 1 ເບື້ອງ, ມູນຄ່າສັນຍາ 3.5 ຕື້ກີບ, ຮັບເໝົາໂດຍບໍລິສັດເກດສຸວັນກໍ່ສ້າງຈໍາກັດ, ລົງມືຈັດຕັ້ງປະຕິບັດແຕ່ວັນທີ 19 ກຸມພາ 2025 ປະຈຸບັນກໍາລັງກໍ່ສ້າງຊັ້ນດິນແດງຮອງພື້ນທາງຄວາມຄືບໜ້າ 20%.
ທະລຸບຸກເບີກ ແລະ ກໍ່ສ້າງທາງດິນແດງແຕ່ວັດຈອມແຈ້ງຫາປະຕູປິດເປີດນໍໍ້າປາກຫ້ວຍຊີມັງ ລວງຍາວ 2.3 ກິໂລແມັດ, ໜ້າທາງປູດິນແດງກວ້າງ 7 ແມັດ, ມູນຄ່າ 3.1 ຕື້ກີບ ຮັບເໝົາໂດຍບໍລິສັດແສງຈະເລີນກໍ່ສ້າງຂົວທາງຈໍາກັດ, ລົງມືຈັດຕັ້ງປະຕິບັດວຽກພາກສະໜາມເລີ່ມແຕ່ ວັນທີ 25 ກຸມພາ 2025 ມາຮອດປັດຈຸບັນກໍາລັງກໍ່ສ້າງຊັ້ນດິນແດງຍົກລະດັບທາງ ຄວາມຄືບໜ້າ 15%. ທັງສອງໂຄງການສໍາລັບການກໍ່ສ້າງຄາດວ່າຈະໃຫ້ສໍາເລັດກ່ອນເຂົ້າສູ່ລະດູຝົນປີນີ້





